ເຈົ້າຂອງສວນກ້ວຍ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງ ແລະ ແຂວງໄຊຍະບູລີ ໃຫ້ຕິດຕາມຕົວຜູ້ກໍ່ ເຫດລັກຕັດສາຍໄຟຟ້າທີ່ຕໍ່ຈາກໝໍ້ແບ່ງໄປທີ່ສວນກ້ວຍ. ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ຕິດຕາມຕົວເປົ້າໝາຍ ແລະ ຈັບໄດ້ຢູ່ຕຽງຂອງຄົນເຈັບໃນຂະນະທີ່ຜູ້ກ່ຽວກໍາລັງປິ່ນປົວຢູ່ໂຮງໝໍ ຍ້ອນຜູ້ກ່ຽວກໍ່ເຫດລັກສາຍໄຟຟ້າ ແລ້ວຖືກໄຟຟ້າຊ໋ອດໃນເວລາລັກຕັດເອົາສາຍໄຟ.

ມາໃນວັນທີ 17 ທັນວາ 2019, ເຈົ້າໜ້າທີ່ ສາມາດຈັກຕົວຜູ້ຖືກຫາທັງ 3 ໄດ້ ຊື່ ທ້າວ ເຊັງຈຽມ ອາຍຸ 22 ປີ ຢູ່ບ້ານນໍ້າຕວນ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ, ທ້າວ ໂລຈຽມ ອາຍຸ 25 ປີ ຢູ່ບ້ານນາເກືອ ແລະ ທ້າວ ທອງ ອິນທະ ຈັກ ອາຍຸ 26 ປີ ຢູ່ບ້ານແກ້ງແຄນ ທັງ ສອງຄົນຢູ່ເມືອງຈອມເພັດ ແຂວງຫຼວງ ພະບາງ ແລະ ຮັບສາລະພາບວ່າ: ໃນໄລ ຍະ ເດືອນຕຸລາ 2019 ທ້າວ ເຊັງຈຽມ ໄດ້ໄປຫຼິ້ນຢູ່ສວນກ້ວຍຈີນ ເຂດບ້ານ ຫ້ວຍເລີກ ແລະ ໄດ້ຮູ້ຈັກກັບ ທ້າວ ທອງ ທີ່ເປັນກໍາມະກອນຢູ່ສວນກ້ວຍດັ່ງກ່າວ,ຕໍ່ມາກໍໄດ້ຊັກຊວນກັນໄປລັກສາຍໄຟ ຟ້າຢູ່ສ່ວນກ້ວຍ ໂດຍໃຫ້ທ້າວ ເຊັງຈຽມ ເປັນຜູ້ກະກຽມອຸປະກອນທີ່ໃຊ້ເຂົ້າໃນການລັກ. ຈາກນັ້ນ, ກໍພາກັນໄປລັກຕັດສາຍໄຟຟ້າໄດນໍ້າ ໄດ້ສາຍໄຟ 4 ເສັ້ນ, ແຕ່ລະເສັ້ນຍາວປະມານ 3 ແມັດ ແລ້ວພາກັນເອົາໄປຂາຍໃຫ້ພາກສ່ວນຮັບຊື້ເຫຼັກເສດຢູ່ບ້ານແກ້ງ ເມືອງໄຊຍະບູລີ ນໍ້າໜັກຊັ່ງໄດ້ 27 ກິໂລກຼາມ ໄດ້ເງິນຈໍານວນ 340.000 ກີບ ແລ້ວມາແບ່ງປັນກັນໃຊ້ຈ່າຍ.

ຕໍ່ມາເດືອນທັນວາ 2019, ທ້າວ ທອງ ໄດ້ຂີ່ລົດຈັກໄປຫາ ທ້າວ ເຊັງຈຽມ ແລະ ທ້າວ ໂລຈຽມ ຢູ່ເຮືອນພ້ອມທັງຊັກຊວນກັນຊອກລັກສາຍໄຟຟ້າຢູ່ສວນກ້ວຍຈີນອີກ, ທ້າວ ໂລຈຽມ ໄດ້ກຽມອຸປະກອບໃຊ້ລັກ ແລ້ວພາ ກັນຂຶ້ນໄປຕັດສາຍໄຟຟ້າໄດ້ 1 ເສັ້ນ ຍາວປະ ມານ 7 ແມັດ ແຕ່ໄຟຟ້າຊ໋ອດ ເຮັດໃຫ້ຜູ້ກ່ຽວຕົກຈາກເສົາ. ຈາກນັ້ນ, ໝູ່ຄູ່ຈຶ່ງໄດ້ນໍາສົ່ງຜູ້ກ່ຽວໄປໂຮງໝໍແຂວງ. ສ່ວນທ້າວ ທອງ ໄດ້ເອົາຕົວຫຼົບໜີ ແລະ ໃນຄັ້ງຕໍ່ມາ ທ້າວ ເຊັງຈຽມ ໄດ້ໄປລັກຕັດເອົາສາຍໄຟຟ້າຢູ່ສວນກ້ວຍຄົນຈີນ ຢູ່ເຂດບ້ານຫ້ວຍເລີກໄດ້ສາຍໄຟຟ້າ 4 ເສັ້ນ ແຕ່ລະເສັ້ນຍາວປະມານ 10 ແມັດ ແລະ ເອົາສາຍໄຟທີ່ຕັດໄວ້ໃນມື້ໄຟຟ້າຊອດນັ້ນ ຈຳນວນ 2 ເສັ້ນຍາວ ປະມານ 2 ແມັດເຄິ່ງ. ສຸດທ້າຍ, ກໍຖືກເຈົ້າໜ້າທີ່ຈັບຕົວໄດ້. ນອກນີ້, ເຈົ້າໜ້າທີ່ຍັງກວດພົບຢາບ້າ ຈໍານວນ 11 ເມັດ ແລະ ລົດ ຈັກ 1 ຄັນ ນໍາທ້າວທອງ ໂດຍອ້າງວ່າ ໄດ້ຊື້ຢາບ້າຈໍານວນດັ່ງກ່າວມາໄວ້ເພື່ອເສບ.