ມີຄົນຮ້າຍບໍ່ຮູ້ຈໍານວນເຄື່ອນໄຫວທຸບຕູ້ ATM ຂອງທະນາຄານພັດທະນາລາວ ແລະ ລົດໃຫຍ່ຂອງປະຊາຊົນເສຍຫາຍ 3 ຄັນ ພາຍໃນເທດສະບານເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນຕົ້ນ ເດືອນມັງກອນ 2020 ແຕ່ຜູ້ກໍ່ເຫດແມ່ນຍັງເອົາຕົວຫຼົບໜີ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງຫຼວງນໍ້າທາ ກໍາລັງເລັ່ງເກັບກໍາຂໍ້ມູນຫຼັກຖານ ເພື່ອຕິດຕາມຈັບຕົວຜູ້ກໍ່ເຫດໄປດໍາເນີນຄະດີຕາມກົດໝາຍ.

ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 3 ມັງກອນ 2020, ໄດ້ຮັບແຈ້ງຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍບໍ່ຮູ້ຈໍານວນໄປທຸບຕູ້ ATM ຂອງທະນາຄານພັດທະນາລາວ ຕັ້ງຢູ່ບ້ານວຽງໃຕ້ ແລະ ທຸບລົດຢູ່ເຮືອນຂອງປະຊາຊົນເຂດບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນ້ຳທາ. ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໄດ້ສົມທົບກັບ ປກສ ກຸ່ມບ້ານ ເຂົ້າກວດກາພົບເຫັນ ລວມມີທັງໝົດ 3 ຈຸດ, ຈຸດທີ ຕູ້ ATM ທະນາຄານພັດທະນາລາວ ຢູ່ບ້ານວຽງໃຕ້ ພົບເຫັນຮ່ອງຮອຍຢູ່ສະຖານທີ່ເກີດເຫດມີຝາຕູ້ແກ້ວ ATM ແຕກ ໃຊ້ການບໍ່ໄດ້ບໍລິເວນໃກ້ຄຽງພົບກ້ອນຫີນ 1 ກ້ອນ ທີ່ໃຊ້ໃນການກໍ່ເຫດ.

ຈຸດທີ່ 2 ຢູ່ເຮືອນ ນາງ ໂມະ ຢູ່ບ້ານວຽງເໜືອ ພົບເຫັນ ລົດເກງສີດຳປ້າຍທະບຽນ ກກ 2202 ຫຼວງນ້ຳທາ ຖືກທຸບແກ້ວຢູ່ປະຕູທາງເບື້ອງຂວາແຕກກວ້າງ 41 ຊັງຕີແມັດ ຍາວ 21 ຊັງຕີແມັດ ແລະ ພົບກ້ອນຫີນ 1 ກ້ອນ ຢູ່ໃນລົດທີ່ຄົນຮ້າຍ ໃຊ້ກໍ່ເຫດ ແລະ ຢ່ວງໄຂປະຕູລົດທາງໜ້າເບື້ອງຊ້າຍຫຼຸດອອກໃຊ້ການບໍ່ໄດ້ ແລະ ຈຸດທີ່ 3 ຢູ່ເຮືອນຂອງ ນາງ ດາລາວົງ ຢູ່ບ້ານວຽງເໜືອ ມີລົດເກ໊ງສີດຳ ປ້າຍທະບຽນ ກກ 2464 ຫຼວງນ້ຳທາ ມີຮອງຮອຍທຸບໜ້າປະຕູເບື້ອງຂວາ ແລະ ລົດວີໂກ້ ສີຂາວ ປ້າຍທະບຽນ ກກ 3399 ຫຼວງນໍ້າທາ ທີ່ຈອດຢູ່ບ່ອນດຽວກັນນັ້ນ ກໍຖືກຄົນຮ້າຍເອົາໄມ້ຂີດປະຕູເບື້ອງໜ້າ ແລະ ເບື້ອງຊ້າຍເຊັນດຽວກັນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ເລັ່ງປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ຕົວຜູ້ກໍ່ເຫດໄປດໍາເນີນຄະດີຕາມຕາມກົດໝາຍ.