ຕະຫຼອດໄລຍະປີ 2019 ຜ່ານມາ, ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ໄດ້ປະສານສົມທົບກັບບັນດາກະຊວງ, ຫົວໜ່ວຍທຸລະກິດ ແລະ ບັນດາດາພະແນກຕໍາຫຼວດເສດຖະກິດໃນຂອບເຂດທົ່ວປະເທດແກ້ໄຂສໍາເລັດ 605 ເລື່ອງ ຈາກຄະດີທັງໝົດ 1.224 ເລື່ອງ ໃນທົ່ວປະເທດ.

ພັອ ປອ ພູທອນ ວໍລະເພັດ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານໃນກອງປະຊຸມສະຫຼຸບ ວຽກງານປະຈໍາປີ 2019 ໃນວັນທີ 23 ມັງກອນ ຜ່ານມາວ່າ: ຕະຫຼອດໄລຍະປີ 2019 ໄດ້ປະສານສົມທົບກັບບັນດາກະຊວງ, ຫົວໜ່ວຍທຸລະກິດ ແລະ ບັນດາພະແນກຕໍາຫຼວດເສດຖະກິດ ໃນຂອບເຂດທົ່ວປະເທດ ເພື່ອເກັບກໍາຄະດີທາງດ້ານເສດຖະກິດທີ່ເກີດຂຶ້ນໃນແຕ່ລະວັນ ແລະ ມີທິດແກ້ໄຂໃຫ້ທັນກັບສະພາບການ, ພ້ອມທັງສຸມໃສ່ຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງໃຫ້ວ່ອງໄວ ແລະ ເອົາໃຈໃສ່ຍົກສູງວຽກງານດໍາເນີນຄະດີໃຫ້ ຖືກຕ້ອງຊັດເຈນຕາມຫຼັກການວິຊາສະເພາະ ແລະ ຖືກຕ້ອງຕາມກົດໝາຍ ສະແດງອອກ ໄດ້ຮັບຄໍາຮ້ອງຟ້ອງທັງໝົດ 496 ເລື່ອງ, ຄໍາຮ້ອງຟ້ອງຄ້າງ ແລະ ເຂົ້າໃໝ່ ທັງໝົດ 1.224 ເລື່ອງ, ຄົ້ນຄວ້າແກ້ໄຂສໍາເລັດ 605 ເລື່ອງ ເທົ່າ ກັບ 49,42%, ຍັງສືບຕໍ່ຄົ້ນຄວ້າ 619 ເລື່ອງ ທຽບໃສ່ປີຜ່ານມາຄໍາຮ້ອງຟ້ອງເພີ່ມຂຶ້ນ 123 ເລື່ອງ, ເທົ່າກັບ 24,79%.

ການກະທໍາຜິດທາງດ້ານເສດຖະກິດເກີດຂຶ້ນທົ່ວປະເທດ ທັງໝົດ 309 ເລື່ອງ, ທຽບໃສ່ປີ 2018 ຄະດີເພີ່ມ ຂຶ້ນ 45 ເລື່ອງ, ເທົ່າກັບ 14,56%, ສາມາດມ້າງໄດ້ 219 ເລື່ອງ, ກັກຜູ້ຖືກຫາ 403 ຄົນ ຍິງ 103 ຄົນ, ຕ່າງປະເທດ 43 ຄົນ, ດໍາເນີນສໍາເລັດ 312 ເລື່ອງ, ຜູ້ຖືກຫາ 405 ຄົນ ຍິງ 112 ຄົນ ແລະ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນ ແລະ ມູນຄ່າເສຍຫາຍຫຼາຍ ເຊັ່ນ: ຄະດີໂຮງງານ
ຊີມັງເເຂວງອຸດົມໄຊ ມູນຄ່າເສຍຫາຍ: 20.000.000 ໂດລາ, ຄະດີສໍ້ໂກງຊັບພົນລະເມືອງຂອງບໍລິສັດ ວຽງ ຈັນຫຼົງຊື້ ຊີມັງຈໍາກັດ, ມູນຄ່າເສຍຫາຍ 3.600.000 ໂດລາ ແລະ ຄະດີໂຈລະກໍາທາງອິນເຕີເນັດ ຈໍານວນ 16 ລາຍ, ມູນຄ່າເສຍຫາຍມີ 38.151.400 ກີບ, 340.150 ບາດ 116.181 ໂດລາ, ຂອງກາງມີ: ບັດ ATM ປອມ ຈໍານວນ 5.304 ບັດ.