ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຂອງ ກອງພັນ 207
ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຂອງ ກອງພັນ 207

ໃນປີນີ້, ຄະນະ ກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈະສືບຕໍ່ປ້ອງກັນເວນຍາມ ແລະ ປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ໂດຍຕິດພັນກັບການຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບ ມີເຕັກນິກໄຫວພິກ ແລະ ມີຄວາມຊໍານານບັນຈຸກຳລັງຕົວຈິງສັບຊ້ອນເຂົ້າບັນດາຈຸດປ້ອງກັນໃຫ້ມີຄວາມພຽງພໍ.

ພັທ ບົວພາ ໝື່ນສຸພົມ ຮອງຫົວໜ້າກອງພັນ 207
ພັທ ບົວພາ ໝື່ນສຸພົມ ຮອງຫົວໜ້າກອງພັນ 207

ພັທ ບົວພາ ໝື່ນສຸພົມ ຮອງຫົວໜ້າກອງພັນ 207 ກ່າວໃນກອງປະຊຸມສະຫຼຸບວຽກງານ ປະ ຈໍາປີ 2019 ແລະ ທິດທາງແຜນການປີ 2020 ໃນວັນທີ 12 ກຸມພາ 2020 ເປັນປະທານໂດຍ ພັທ ຄໍາພູມີ ດີມາກ ຫົວໜ້າກອງພັນ 207; ເຂົ້າຮ່ວມໂດຍ ພັອ ປອ ທອງແດງ ຄໍາພິທູນ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງວ່າ: ໃນປີນີ້, ຄະນະກອງພັນ 207 ຈະສືບຕໍ່ປ້ອງກັນເວນຍາມ ແລະ ປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ໂດຍຈະສ້າງເປັນແຜນນໍາພາຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ທາງດ້ານທິດສະດີ ແລະ ມີຄວາມສາມາດ, ມີເຕັກນິກໄຫວພິບ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ; ເປັນຕົ້ນແມ່ນວິທີການສອບສວນຂັ້ນຕົ້ນ, ວິຊາງົດງາມ 13 ຈັງຫວະມືເປົ່າ, ຮູບແຖວໝວດ ແລະ ຮູບແຖວໝູ່ ພ້ອມທັງສືບຕໍ່ກວດກາແຜນບັນຈຸກຳລັງ ແລະ ກຳລັງຕົວຈິງ ເພື່ອບັນຈຸສັບຊ້ອນເຂົ້າບັນດາຈຸດປ້ອງກັນທີ່ຕັ້ງ ທີ່ຂຶ້ນກັບຄວາມຮັບຜິດຊອບໃຫ້ພຽງພໍກັບຄວາມຕ້ອງການ, ອອກກວດກາລາດຕະເວນໃຫ້ມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ເກັບກຳສະພາບທີ່ເກີດຂຶ້ນລາຍງານໃຫ້ການຈັດຕັ້ງ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງເປັນປົກກະຕິ.

ພັທ ຄໍາພູມີ ດີມາກ ຫົວໜ້າກອງພັນ 207 ປະທານກອງປະຊຸມ

ປີ 2019 ຜ່ານມາ, ຄະນະກອງພັນ 207 ໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາກຳລັງເຄື່ອນໄຫວປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າໄດ້ຈັດວາງກຳລັງເຂົ້າປ້ອງກັນຈຸດທີ່ຕັ້ງສໍາຄັນ 27 ແຫ່ງ 33 ປ້ອມຍາມ ແລະ ປ້ອງກັນງານສໍາຄັນຕ່າງໆ 88 ຄັ້ງ, ປ້ອງກັນເຄື່ອນຍ້າຍວັດຖຸມີ ຄ່າ 164 ຄັ້ງ, ບັນທຶກລົດເຂົ້າ-ອອກສະຖານທູດ 3.281 ຖ້ຽວຄັນ, ປ້ອງກັນລົດໄທ-ລົດລາວມາສົ່ງ ແລະ ຮັບນໍ້າມັນຢູ່ສາງນໍ້າມັນດົງຫຼວງ ໄດ້ 3.996 ຖ້ຽວຄັນ, ຈັດຕັ້ງກຳລັງປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ 365 ວັນ ແລະ ອອກກວດກາລາດຕະເວນ 50 ຄັ້ງ ເຫັນວ່າມີຄວາມສະຫງົບ-ປອດໄພໂດຍພື້ນຖານ.

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຂອງກອງພັນ 207
ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຂອງກອງພັນ 207

ພາບ-ຂ່າວ: ສາຄອນ