ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ໂຮງຮຽນ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2020; ເປັນປະທານໂດຍ ສະຫາຍ ພັທ ວຽງດາວອນ ຈັນທະມາລີ ເລຂາໜ່ວຍພັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 2; ມີ ສະຫາຍ ພັອ ຄໍາແພງ ເພັດ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ, ແຂກຮັບເຊີນເຂົ້າຮ່ວມ.

ສະຫາຍ ພັທ ວຽງດາວອນ ຈັນທະມາລີ  ເລຂາໜ່ວຍພັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 2
ສະຫາຍ ພັທ ວຽງດາວອນ ຈັນທະມາລີ ເລຂາໜ່ວຍພັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 2

ສະຫາຍ ພັທ ວຽງດາວອນ ຈັນທະມາລີ ກ່າວວ່າ: ໃນ 5 ປີ ຜ່ານມາ, ຄະນະໜ່ວຍພັກໄດ້ຊີ້ນໍາ-ນໍາພາການປະຕິບັດວຽກງານວິຊາສະເພາະຢ່າງເປັນລະບົບ ເວົ້າສະເພາະແມ່ນວຽກງານຂຶ້ນຫ້ອງສິດສອນ, ນໍາພາຄົ້ນຄວ້າບົດຮຽນ, ນໍາພາສອບເສັງແຕ່ລະວິຊາ, ສອບເສັງຈົບຊຸດຮຽນ, ປັບປຸງ ແລະ ຄຸ້ມຄອງເອກະສານການຮຽນ-ການສອນ, ເອກະສານໃນຫ້ອງສະໝຸດ, ນໍາພາເຄື່ອນໄຫວວຽກງານນອກຫຼັກສູດ, ຄຸ້ມຄອງບໍລິຫານວຽກງານອໍານວຍຄວາມສະດວກປິ່ນອ້ອມການຮຽນ-ການສອນ, ໄດ້ເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດແຂ່ງຂັນກັນປະຕິບັດລະບຽບວິໄນ, ປະກອບສ່ວນທາງດ້ານເຫື່ອແຮງ ແລະ ທຶນຮອນເຂົ້າໃນການພັດທະນາກົມກອງ ເປັນຕົ້ນໄດ້ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ລະບົບກໍ່ສ້າງ 1 ປີ ສໍາເລັດ 3 ຮຸ່ນ ເລີ່ມແຕ່ຮຸ່ນທີ່ X, XI, XII, ປັດຈຸບັນພວມຮຽນຮຸ່ນທີ XIII ມີຈໍານວນພົນ 200 ສະຫາຍ ຍິງ 32 ສະຫາຍ; ນອກນັ້ນ, ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ວິຊາສະເພາະໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ປະຕິບັດແນວທາງແຜນນະໂຍບາຍ, ມະຕິ-ຄໍາສັ່ງ, ຂໍ້ກໍານົດ, ລະບຽບກົດໝາຍ; ປັບປຸງກໍ່ສ້າງພາຍໃນພັກຕາມກົດລະບຽບຂອງພັກ, ໃກ້ຊິດຕິດແທດມະຫາຊົນ ສ້າງເປົ້າໝາຍຂະຫຍາຍເຂົ້າພັກ, ປະກອບສ່ວນເຂົ້າໃນວຽກງານ ແລະ ປັບປຸງບູລະນະກົງຈັກການຈັດຕັ້ງ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງ ເປັນຕົ້ນແມ່ນການຄຸ້ມຄອງນໍາພາ, ສິດ ສອນສົ່ງຄວາມຮູ້ທາງດ້ານວິຊາ ສະເພາະ ໃຫ້ແກ່ກໍາລັງປ້ອງກັນ ຄວາມສະຫງົບຢູ່ບັນດາແຂວງພາກເໜືອ ເຮັດໃຫ້ວຽກງານປ້ອງກັນ ຄວາມສະຫງົບປະຊາຊົນນັບມື້ນັບຂະຫຍາຍຕົວຂຶ້ນເປັນກ້າວໆ.

ພິທີປ່ອນບັດເລືອກເອົາຄະນະຊຸດໃໝ່ ໂຮງຮຽນ ປກສ ຊັ້ນຕົ້ນເລກ 2
ພິທີປ່ອນບັດເລືອກເອົາຄະນະຊຸດໃໝ່ ໂຮງຮຽນ ປກສ ຊັ້ນຕົ້ນເລກ 2

ໃນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກເອົາຄະນະຊຸດໃໝ່, ມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມເປັນເອກະສັນເລືອກໄດ້ ສະຫາຍ ພັທ ວຽງດາວອນ ຈັນທະມາລີ ເປັນເລຂາ, ສະຫາຍ ພັທ ພຸດທອງ ພົມມະຫາ ເປັນຮອງເລຂາ ແລະ ສະຫາຍ ພັຕ ຄໍາລອມ ໄຊຍະລາດ ເປັນຄະນະ.