ກົມສື່ສານ ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າກົມ ແລະ ຮັກສາການ ຫົວໜ້າກົມສື່ສານ ໃນວັນທີ 21 ກຸມພາ 2020 ລະຫວ່າງ ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ (ຜູ້ເກົ່າ) ແລະ ພັອ ແສງປະເສີດ ສຸທຳມະວົງ ຮັກສາການ ຫົວໜ້າກົມສຶ່ສານ (ຜູ້ໃໝ່), ໂດຍມີ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງພາຍໃນກົມ ເຂົ້າຮ່ວມ.

ໃນພິທີ, ພົຈວ ພິມພາ ສີໂພໄຊ ໄດ້ຍົກໃຫ້ເຫັນຜົນງານການຊີ້ນໍາ-ນໍາພາຈັດຕັ້ງປະບັດວຽກງານຕິດຕໍ່-ສື່ສານຂອງ ກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ແມ່ນມີຄວາມເຕີບໃຫຍ່ຂະຫຍາຍຕົວຕາມພາລະບົດບາດສິດໜ້າທີ່ ທີ່ໄດ້ຮັບການມອບໝາຍ, ສາມາດຍາດໄດ້ໄຊຊະນະ ແລະ ຜົນງານຫຼາຍດ້ານເປັນຕົ້ນ:

ດ້ານວຽກງານສຶກສາອົບຮົມ ນໍາພາແນວຄິດໃຫ້ແກ່ ພະນັກງານ-ນັກຮົບ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ພ້ອມທັງນໍາພາປັບປຸງຕາໜ່າງຕິດຕໍ່-ສື່ສານ ໃນທົ່ວປະເທດ ເປັນຕົ້ນແມ່ນ:

ຕາໜ່າງໂທລະເລກ ປັດຈຸບັນມີທັງໝົດ 275 ຫ້ອງສາຍ, ລະບົບປ້ອງກັນຕົວເມືອງ 150 ຈຸດ, ກຸ່ມຕິດຕໍ່ 210 ກຸ່ມ, ເບີ Fax 187 ເບີ ເຊິ່ງສາມາດຮັບປະກັນການປະສານງານ, ການຮັບ-ສົ່ງຂໍ້ມູນຂ່າວ ຊ່ວຍຄະນະພັກ, ຄະນະບັນຊາແຕ່ລະຂັ້ນຂອງ ກໍາລັງປ້ອງກັນຄວາມສະຫງົບ ໄດ້ຢ່າງຊັດເຈນ ແລະ ທັນເວລາ.

ນໍາພາຈັດຕັ້ງປະຕິບັດສໍາເລັດ ໃນການຕິດຕັ້ງ ສູນວິທະຍຸປ້ອງກັນຕົວເມືອງຂອງ ໂຄງການສື່ສານທັນສະໄໝ ໃນທົ່ວປະເທດ ທີ່ນອນຢູ່ໃນ 4 ແຜນງານໃຫຍ່ 41 ໂຄງການຂອງ ກະຊວງປ້ອງກັນຄວາມສະຫງົບ.

  • ສໍາເລັດໃນການຕິດຕັ້ງ, ຍົກລະດັບລະບົບກ້ອງວົງຈອນປິດ ໃນທົ່ວນະຄອນຫຼວງ 1.400 ຕາກ້ອງ ຖ່າຍພາບ 25 ຈຸດ.
  • ກອງບັນຊາການ ປກສ ແຂວງຫຼວງພະບາງ 100 ຕາກ້ອງຖ່າຍ 8 ຈຸດ.
  • ກອງບັນຊາການ ປກສ ແຂວງຊຽງຂວາງ 259 ຕາກ້ອງຖ່າຍພາບ 2 ຈຸດ ແລະ ກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບຈໍານວນໜຶ່ງ.
ເຊັນບົດບັນທຶກມອບ-ຮັບໜ້າທີ່

ສໍາເລັດໃນການຄົ້ນຄ້ວາ, ສ້າງ 2 ນິຕິກໍາ ກ່ຽວກັບ ວຽກງານສື່ສານທີ່ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ ແລະ ປະກາດໃຊ້ຢ່າງເປັນທາງການ.

ໃນຕອນທ້າຍ, ພົຈວ ພິມພາ ສີໂພໄຊ ແລະ ພັອ ແສງປະເສີດ ສຸທຳມະວົງ ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.