ພິທີປະກາດ ພະນັກງານການນໍາ ພັກຜ່ອນຮັບອຸດຫນູນບໍານານຂອງ ກະຊວງພາຍໃນ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2020, ເຂົ້າຮ່ວມໂດຍ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ, ມີຄະນະພັກ, ຄະນະນໍາກະຊວງ ແລະ ພະນັກງານຫຼັກແຫຼ່ງ ກະຊວງພາຍໃນ ເຂົ້າຮ່ວມ.

ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 377 ລົງວັນທີ 31 ຕຸລາ 2019 ວ່າດ້ວຍ ການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ, ໃນນັ້ນ ນາຍົກລັດຖະມົນຕີ ອະນຸມັດໃຫ້:

  • ທ່ານ ສີພຸກ ວົງພັກດີ ປະທານຄະນະກວດກາພັກ ຮອງລັດຖະມົນຕີ ກະຊວງພາຍໃນ ອອກພັກການຮັບອຸດໜູນບໍານານ

ທ່ານ ຄໍາໝັ້ນ ສູນວິເລີດ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນຫຼາຍໆດ້ານທີ່ ທ່ານ ສີພຸກ ວົງພັກດີ ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ, ຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຄວາມເປັນແບບຢ່າງທີ່ດີ, ມີຄວາມຮູ້-ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບສູງ ແລະ ມີຄວາມສາມັກຄີຮັກແພງກັບບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນຜູ້ໜຶ່ງທີ່ໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ພ້ອມທັງໄດ້ປະກອບສ່ວນ ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ.

ພ້ອມດຽວກັນນັ້ນ, ທ່ານຍັງຕາງໜ້າໃຫ້ພັກ ແລະ ລັດຖະບານ ກໍຄື ກະຊວງພາຍໃນ ຂໍສະແດງຄວາມຂອບໃຈຕໍ່ທ່ານ ທີ່ປະກອບສ່ວນວຽກງານ ໃນໄລຍະຜ່ານມາ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນຊີວິດການປະຕິບັດໜ້າທີ່ວຽກງານ, ພ້ອມທັງຮຽກຮ້ອງໃຫ້ ຄະນະພັກກະຊວງ, ຄະນະຫ້ອງການ, ກົມ, ສະຖານບັນ, ສູນ ແລະ ພະນັກງານ-ລັດຖະກອນ ຈົ່ງເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ບຸກໜ້າບືນຕົວຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ເສີມຂະຫຍາຍຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ສູ້ຊົນປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດ.