ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ຈັດກອງປະຊຸມ ສະຫຼຸບວຽກງານ ວິຊາສະເພາະ ປະຈໍາປີ 2019 ໃນວັນທີ 18 ມີນາ 2020, ເປັນປະທານໂດຍ ພັທ ບໍ ເພັດ ທອງສະຫວັນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່; ເຂົ້າຮ່ວມມີ ພັທ ພອນສະຫວັດ ສຸລິຍະທຳ ຮອງກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະ, ຫ້ອງ ແລະ ປກສ ເມືອງພະນັກງານ-ນັກຮົບ ເຂົ້າຮ່ວມ.

ກອງປະຊຸມ ສະຫຼຸບວຽກງານ ວິຊາສະເພາະ ປະຈໍາປີ 2019 ປກສ ແຂວງອຸດົມໄຊ
ກອງປະຊຸມ ສະຫຼຸບວຽກງານ ວິຊາສະເພາະ ປະຈໍາປີ 2019 ປກສ ແຂວງອຸດົມໄຊ

ພັທ ບໍເພັດ ທອງສະຫວັນ ກ່າວວ່າ: 1 ປີຜ່ານມາ, ກອງພັນ ປ້ອງກັນເຄື່ອນທີ່ ໄດ້ຖືເອົາວຽກງານ ການເມືອງ-ແນວຄິດເປັນກົກ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບ ເປັນປະຈຳດ້ວຍຫຼາຍເນື້ອໃນ, ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານ-ນັກຮົບສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງລວມໝູ່; ເຊິ່ງໄດ້ເລັ່ງໃສ່ການປູກ-ການລ້ຽງ ໂດຍສະເພາະແມ່ນການລ້ຽງປາດຸກ ໄດ້ຈຳນວນ 3.000 ໂຕ, ເປັນເງິນຈໍານວນ 5.600.000 ກ່ວາກີບ, ອອກແຮງງານ ລວມ 360 ຄັ້ງ, ມີ 2.880 ແຮງງານ, ໄດ້ອອກເຄື່ອນໄຫວກວດກາລາດຕະເວນ 144 ຄັ້ງ, ໄດ້ກັກຕົວຜູ້ລະເມີດຕໍ່ກົດໝາຍ 29 ເລື່ອງ, ຜູ້ຖືກຫາ 51 ຄົນ ຍິງ 2 ຄົນ, ໃນນີ້; ຢາເສບຕິດ 15 ເລື່ອງ, ຜູ້ຖືກຫາ 16 ຄົນ, ເຄື່ອງຂອງກາງທັງໝົດມີຢາບ້າຈໍານວນ 500 ເມັດ, ເຮໂຣອິນ 5 ຄູ່ ແລະ 16 ກ້ອນນ້ອຍ, ເງິນກີບ 1.000.000 ກີບ, ລົດຈັກ 11 ຄັນ, ລົດໃຫຍ່ 4 ຄັນ, ໂທລະສັບມືຖື 243 ເຄື່ອງ, ໄມ້ດູ່ 30 ແຜ່ນ, ເຄື່ອງອຸປະກອນ 11 ແກັດ, ເຫຼັກເສດທາງລົດໄຟ 16 ໂຕນ, ປະຈໍາການລໍຖ້າສະພາບຕະຫຼອດ 24 ຊົ່ວໂມງ ຢູ່ກອງພັນເຄື່ອນທີ່ ມີ 1.728 ແຮງງານ ຍິງ 240.

ກອງປະຊຸມ ສະຫຼຸບວຽກງານ ວິຊາສະເພາະ ປະຈໍາປີ 2019 ປກສ ແຂວງອຸດົມໄຊ
ກອງປະຊຸມ ສະຫຼຸບວຽກງານ ວິຊາສະເພາະ ປະຈໍາປີ 2019 ປກສ ແຂວງອຸດົມໄຊ

ຄຸ້ມຄອງກວດກາການປ້ອງກັນໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ 13 ຈຸດ, ມີ 111 ສະຫາຍ, ປ້ອງກັນງານສໍາຄັນຕ່າງໆຂອງພັກ-ຂອງຊາດ ໄດ້ 66 ຄັ້ງ, ຍາມປະຕູໂຂງ 240 ຄັ້ງ, ແກ້ໄຂປະກົດການຫຍໍ້ທໍ້ນໍາກອງບັນຊາການ 12 ຄັ້ງ, ມີ 514 ແຮງງານ; ລົງກວດກາຊັບປ່ຽນກໍາລັງຢູ່ຈຸດ ການກໍ່ສ້າງທາງລົດໄຟລາວ-ຈີນ 72 ຄັ້ງ, 216 ແຮງງານ, ສ້າງເງິນກອງທຶນໄດ້ ຈໍານວນ 80 ລ້ານກ່ວາກີບ; ໃນນີ້, ສະພາບປ້ອງກັນທາງລົດໄຟລາວ-ຈີນ ມີ 126 ສະຫາຍ, ຂອບເຂດປ້ອງກັນທັງ ໝົດ 13 ຈຸດ, ເມືອງງາ 2 ຈຸດ, ເມືອງໄຊ 7 ຈຸດ ແລະ ເມືອງນາໝໍ້ 4 ຈຸດ; ເສັ້ນທາງລົດໄຟຜ່ານແຂວງອຸດົມໄຊ ມີຄວາມຍາວ 126,6 ກິໂລແມັດ, ມີ 32 ອຸໂມງ, ມີບໍລິສັດກໍ່ສ້າງເສັ້ນທາງລົດໄຟ 5 ບໍສັດ; ລົງກວດກາ ແລະ ຊີ້ນໍາຢູ່ບັນດາ ຈຸດຕ່າງໆ 14 ຄັ້ງ ແລະ ວຽກງານທີ່ສໍາ ຄັນອິກຈຳນວນໜຶ່ງ.

ຈາກນັ້ນ, ໃນກອງປະຊຸມຍັງໄດ້ປະກອບຄຳຄິດ-ຄຳເຫັນໃສ່ຮ່າງບົດສະຫຼຸບກໍຄືທິດທາງແຜນ ການໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ ແລະ ມີເນື້ອໃນຄົບຖ້ວນສົມບູນ ແລະ ເລິກເຊິ່ງ.