ແຄ່ງເກົ່າເມົາແລ້ວແຮງ…ປິດຊີບຄົນພຽງພິບຕາ

0
1519

ຊາຍອາຍຸ 45 ປີ ອະດີດນັກນວຍປະສົບການຫຼາຍກວ່າ 30 ໄຟທ໌ ຢູ່ປະເທດໄທ ມີອາການເມົາ ແລະເກີດການຜິດຖຽງກັນກັບຊາຍຜູ້ສູງອາຍຸທີ່ຍ່າງເລາະຫຼີ້ນຢູ່ເຂດປະຕູໄຊ ກ່ອນໃຊ້ແຄ່ງຂວາເຕະກ້ານຄໍຊາຍຜູ້ສູງອາຍຸດັ່ງກ່າວຈົນເສຍຊີວິດຄ່າທີ່; ສ່ວນຄົນຮ່ວມວົງເຫຼົ້າຊ່ວຍກັນລາກຜູ້ຕາຍໄປໄວ້ຢູ່ຕັ່ງ ແລ້ວແຍກຍ້າຍກັນ. ດ້ານເຈົ້າໜ້າທີ່ຕໍາຫຼວດ ເລັ່ງນໍາຕົວຜູ້ກໍ່ເຫດ ແລະ ສາມາດຈັບຕົວໄດ້ພ້ອມຜູ້ເຫັນເຫດການອີກ 2 ຄົນມາດໍາເນີນຄະດີ.

ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຢ່າງເປັນທາງການຕໍ່ນັກຂ່າວ ປກສ ໃນວັນທີ 1 ເມສາ 2020 ວ່າ:  ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 29  ມີນາ ໂດຍຜູ້ເສຍຊີວິດ ຊື່: ທ້າວ ສີສະໝຸດ ອາຍຸ 55 ປີ ເກີດຢູ່ບ້ານຫີນຊີ່ວ ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງຜູ້ກ່ຽວໄດ້ມາພັກເຊົາຢູ່ນຳເອື້ອຍ ບ້ານໂພນທັນເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ສ່ວນຜູ້ກໍ່ເຫດ ແມ່ນ ທ້າວ ໄຊ ຫຼື ເງິນ ອາຍຸ 45 ປີ ຢູ່ບ້ານບໍ່ໂອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ຜູ້ກ່ຽວເຄີຍໄປຢູ່ກັບພໍ່ ແລະ ແມ່ ທີ່ປະເທດໄທ ເຊິ່ງພໍ່ເປັນຄົນລາວ ແລະ ແມ່ເປັນຄົນໄທ. ທ້າວ ໄຊ ເຄີຍຂຶ້ນເວທີຕີມວຍຢູ່ປະເທດໄທມາແລ້ວ 30 ກວ່າຄັ້ງ; ພາຍຫຼັງພໍເມ່ເສຍຊີວິດໝົດແລ້ວ ຈຶ່ງກັບມາຢູ່ປະເທດລາວ ກ່ອນກາຍເປັນຄົນເລ້ລ້ອນ ຄໍ່າຢູ່ບ່ອນນອນຢູ່ທີ່ນັ້ນ.

ຜ່ານການສອບສວນ, ທ້າວ ໄຊ ເວົ້າວ່າ: ເວລາ 22:30 ຂອງວັນທີ 29 ມີນາ 2020, ຜູ້ກ່ຽວໄດ້ຍ່າງເລາະໄປຮອດສວນອານຸສາວະລີປະຕູໄຊ; ແລ້ວໄດ້ດື່ມເຫຼົ່າກັບຄົນຮູ້ຈັກຫຼາຍຄົນ ຈົນເມົາ. ໃນເວລາດື່ມເຫຼົ່າຢູ່ນັ້ນ, ມີຊາຍສູງອາຍຸຄົນໜຶ່ງຍ່າງມາຂໍຢືມເງິນນໍາຜູ້ກ່ຽວ ຈໍານວນ 20.000 ກີບ; ແຕ່ຜູ້ກ່ຽວໄດ້ປະຕິເສດວ່າບໍ່ມີເງິນ; ເຮັດໃຫ້ຊາຍດັ່ງກ່າວເວົ້າຈາບໍ່ສຸພາບໃສ່ ພ້ອມທັງຈົກມີດອອກມາຈາກແອວ. ທ້າວ ໄຊເຫັນແນວນັ້ນ ຈຶ່ງໄດ້ຍາດເອົາມີດດວງດັ່ງກ່າວແລ້ວຫັກຖີ້ມ ກ່ອນທີ່ສອງຄົນຈະຜິດຖຽງກັນຢ່າງແຮງ. ທ້າວ ໄຊ ຮັບສາລະພາບ ວ່າ:

The Ultimate Managed Hosting Platform

ໃນຂະນະຜິດຖຽງກັນນັ້ນ, [ທ້າວ ໄຊ] ໄດ້ຕົບໜ້າຜູ້ຕາຍ 1 ບາດ, ແຕ່ຜູ້ຕາຍຍັງສືບຕໍ່ເວົ້າຈາແບບນັກເລງໃສ່; ເຮັດໃຫ້ໃຈຮ້າຍແຮງ ຈຶ່ງໃຊ້ຕີນຂວາເຕະເຂົ້າບໍລິເວນກ້ານຄໍເບື້ອງຊ້າຍຂອງຜູ້ຕາຍ ຈໍານວນ 1 ບາດ  ເຮັດໃຫ້ລົມລົງພື້ນທັນທີ. ຈາກນັ້ນ, ຄົນທີ່ກິນເຫຼົ້ານໍາກັນ ຊື່ ທ້າວ ອານຸລັກ ຫຼື ເຕ້ຍ ອາຍຸ 39 ປີ ຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ພຸ ຫຼື ແກ່ນ ອາຍຸ 39 ປີ ບໍ່ມີທີ່ຢູ່ແນ່ນນອນ (ຄົນເລ້ລ້ອນ) ໄດ້ລາກຜູ້ຕາຍໄປໄວ້ຢູ່ຕັ່ງ ແລ້ວກໍພາໄປຍ່າງໄປທາງຕະຫຼາດເຊົ້າແລ້ວແຍກທາງກັນ.