ເພີ່ມອີກ 1 ລວມຜູ້ຕິດເຊຶ້ອໂຄວິດ 19 ເປັນ 10 ກໍລະນີ

0
1263

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫລງຕໍ່ສື່ວນຊົນ ໃນຕອນບ່າຍວັນທີ 1 ເມສາ​ 2020 ວ່າ: ການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 1 ເມສາ 2020 ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ ລວມທັງເປັນ 10 ຄົນ.

ຜູ້ຕິດເຊື້້ອຄົນທີ 10 ເປັນເພດຍິງ ອາຍຸ 21 ປີ ຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເລີ່ມແຕ່ວັນທີ 27-29 ມີນາ 2020 ຜູ້ກ່ຽວມີອາການເຈັບຄໍ ແລະ ຈາມ ເມື່ອຍ ຫາຍໃຈຍາກ ແລ້ວໄດ້ຊື້ຢາກິນເອງ. ຈົນຮອດວັນທີ 30  ມີນາ, ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ; ດັ່ງນັ້ນ, ວັນທີ 31 ມີນາ, ຜູ້ກ່ຽວຈຶ່ງໄປກວດຢູ່ໂຮງໝໍມິດຕະພາບ ແລະ ແພດໝໍໄດ້ບົ່ງມະຕິວ່າຜູ້ກ່ຽວຕິດເຊື້ອໂຄວິດ 19 ຈຶ່ງໄດ້ເຂົ້ານອນປິ່ນປົວທີ່ໂຮງໝໍມິດຕະ ພາບ.

ຜູ້ຕິດເຊື້ອຄົນທີ 10 ນີ້ ໄດ້ສໍາຜັດໃກ້ຊິດກັບ 8 ຄົນ ເຊິ່ງຕໍ່ກັບຈໍານວນດັ່ງກ່າວ ແມ່ນໄດ້ແນະນຳໃຫ້ຈຳກັດບໍລິເວນ ແລະ ເຝົ້າລະວັງຕິດຕາມອາການຢ່າງໃກ້ຊິດ.

ມາຮອດປັດຈຸບັນນີ້, ມີການກວດວິເຄາະກໍລະນີສົງໄສທັງໝົດ 437 ກໍລະນີ; ໃນນັ້ນ ມີກໍລະນີຢັ້ງຢືນຕິດເຊື້ອ 10 ກໍລະນີ ເຊິ່ງຈາກນະຄອນຫຼວງວຽງຈັນ 7 ກໍລະນີ  ແລະ ແຂວງຫຼວງພະບາງ 3 ກໍລະນີ; ພ້ອມນີ້ ກໍມີ 186 ກໍລະນີສົງໄສທີ່ໄດ້ສຳຜັດກັບຜູ້ທີ່ຕິດເຊື້ອແລ້ວ.