ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ ປກສ ເອົາໃຈໃສ່ປ້ອງກັນສະກັດກັ້ນ COVID-19

0
896

ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 1 ເມສາ 2020 ວ່າ: ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ໄດ້ເອົາໃຈໃສ່ປຸກລະດົມສະມາຊິກຊາວໜຸ່ມອ້ອມຂ້າງກະຊວງ ປກສ ປ້ອງກັນ, ສະກັດກັ້ນ, ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19  ໂດຍໄດ້ແຈ້ງການແນະນໍາມາດຕະການປ້ອງກັນໃຫ້ຄະນະຊາວໜຸ່ມ 18 ກົມກອງອ້ອມຂ້າງ ກະຊວງ ໃຫ້ຮັບຮູ້ ແລະ ນໍາພາສະມາຊິກຊາວໜຸ່ມຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຄຽງຄູ່ກັບການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ, ກໍໃຫ້ເອົາໃຈໃສ່ເປັນເຈົ້າການຕິດຕາມກວດກາປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນກຳລັງຂອງຕົນ ໂດຍໃຫ້ມີການແບ່ງຈຸປະຈຳການ, ແບ່ງກຳລັງພົນ ເພື່ອຕິດຕາມຄຸ້ມຄອງພະນັກງານ-ນັກຮົບສະມາຊິກຊາວໜຸ່ມໃນຄວາມຮັບຜິດຊອບຂອງຕົນໃຫ້ປະຕິບັດຄຳສັ່ງຢ່າງເຂັ້ມງວດ, ຕິດຕາມສຸຂະພາບຂອງແຕ່ລະສະຫາຍ; ຖ້າມີການຜິດປົກກະຕິກກໍຮີບຮ້ອນລາຍງານຂັ້ນເທິງ ແລະ ນໍາສົ່ງໂຮງໝໍໂດຍທັນທີ.

The Ultimate Managed Hosting Platform

ພັທ ບຸນຈັນ ອິນພົມມາ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ ກະຊວງ ປກສ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ຂອງຕົນ ແລະ ເປັນກຳລັງໜູນເປັນກຳລັງສໍາຮອງ ເພື່ອກຽມຄວາມພ້ອມຮັບມືກັບກໍລະນີສຸດເສີນທີ່ອາດຈະເກີດຂຶ້ນ; ພ້ອມດຽວກັນນີ້ ກໍຕ້ອງມີສະຕິລະວັງຕົວໃນການບໍລິໂພກຂ່າວສານຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ແລະ ເປັນເຈົ້າການຕ້ານຂ່າວບິດເບື່ອນທີ່ພວກຄົນບໍ່ດີສ້າງຂຶ້ນເພື່ອສ້າງຄວາມວຸ້ນວາຍໃນສັງຄົມ.