ວ.ກ ເຜີຍແຜ່ລະບຽບການສອບເສັງປະຈໍາສົກຮຽນ 2019-2020

0
1278

ວັນທີ 28 ພຶດສາພາ 2020, ວິທະຍາຄານກົມມະດໍາ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຜີຍແຜ່ຂໍ້ກຳນົດ-ກົດລະບຽບ ການສອບເສັງໃຫ້ນັກສຶກສາ ປີ 4 ຊຸດທີ 15 ສົກຮຽນ 2019-2020; ໂດຍການເປັນປະທານຂອງ ສະຫາຍ ພັທ ບົວໄລ ສີລັກສາ ຮອງອໍານວຍການ ຫົວໜ້າຫ້ອງອົບຮົມກໍ່ສ້າງວິທະຍາຄານກົມມະດໍາ, ມີບັນດາຫົວໜ້າຫ້ອງການ, ຄະນະວິຊາຄູ ແລະ ນັກສຶກສາເຂົ້າຮ່ວມ.

        ຈຸດປະສົງຂອງການເຜີຍແຜ່ຂໍ້ກໍານົດ-ກົດລະບຽບຄັ້ງນີ້ ແມ່ນເພື່ອເປັນການກຽມຄວາມ ພ້ອມໃຫ້ແກ່ບັ້ນສອບເສັງຂອງນັກສຶກສາ ແລະ ເຮັດໃຫ້ການສອບເສັງບັນລຸຕາມຄາດໝາຍທີ່ວາງໄວ້.

ໃນມື້ສອບເສັງ, ກົດລະບຽບກໍານົດໃຫ້ນັກສອບເສັງ ຕ້ອງນຸ່ງເຄື່ອງແບບ ຂອງກອງທັບໃຫ້ຖືກຊຸດ, ຖືກລະດູການ, ຖືກຕາມຂໍ້ກຳນົດ, ຕິດເຄື່ອງໝາຍ, ປ້າຍຊື່, ກ່ອນຈະໄປຂຶ້ນຫ້ອງເສັງ ທຸກສະຫາຍຕ້ອງລວມແຖວ, ກວດກາຈຳນວນພົນ, ກວດກາລະບຽບຮອບດ້ານ, ກວດກາວັດຖຸຮັບໃຊ້ໃນການສອບເສັງໃຫ້ຄົບຖ້ວນກ່ອນເຂົ້າຫ້ອງສອບເສັງ.

        ໂອກາດດັ່ງກ່າວ, ສະຫາຍ ພັທ ປອ ສົມໄຫວ ແໜງໄຊຄູນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ໄດ້ພົບປະໂອ້ລົມບັນດານັກຮຽນລະບົບກໍ່ສ້າງປີ 4 ຊຸດທີ 15; ໂດຍເນັ້ນໜັກໃຫ້ທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ປະຕິບັດລະບຽບການສອບເສັງຢ່າງເຂັ້ມງວດ ແລະ ນຳໃຊ້ຄວາມຮູ້ພື້ນຖານທິດສະດີ, ຫຼັກການ ແລະ ບົດຮຽນຕົວຈິງ ທີ່ຮຽນມາ ນຳຄູອາຈານ ໝູນໃຊ້ເຂົ້າໃນບັນສອບເສັງ ຈົບຊັ້ນລະດັບຊາດ ເພື່ອຍາດເອົາຄະແນນດີ ຄະແນນເກັ່ງ ໃສ່ໃບປະກາດສະນີຍະບັດໃຫ້ມີຜົນສຳເລັດສູງ.