ທ່ານ ພົງສະຫວັນ ສິດທະວົງ ຊຸກຍູ້ສົ່ງເສີມປະຊາຊົນ ບ້ານໂພນຫີນ ປູກພືດອຸດສາຫະກໍາເປັນສິນຄ້າ, ນໍາໃຊ້ເຕັກນິກໃໝ່
ທ່ານ ພົງສະຫວັນ ສິດທະວົງຊຸກຍູ້ສົ່ງເສີມປະຊາຊົນປູກພືດອຸດສາຫະກໍາເປັນສິນຄ້າ, ນໍາໃຊ້ເຕັກນິກໃໝ່

ໃນວັນທີ 28 ພຶດສະພາ 2020, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມປະຊາຊົນເຂດ ບ້ານໂພນຫີນ ເມືອງພຽງ ແຂວງໄຊຍະບູລີ; ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ເສີດ ແສງສຸລິນ ເຈົ້າເມືອງ-ເມືອງພຽງ ພ້ອມດ້ວຍອໍານາດການປົກຄອງ 6 ບ້ານ ຄື: ບ້ານໂພນຫີນ, ບ້ານເມືອງພຽງ, ບ້ານໜອງງົວ, ບ້ານແສງຈະເລີນ, ບ້ານໂພນໄຊ ແລະ ບ້ານດົງເງິນ.

ກ່ອນອື່ນທີມງານຂອງທ່ານເຈົ້າແຂວງ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ການກະກຽມຜະລິດລະດູຝົນ ແລະ ປະກົດການຫຍໍ້ທໍ້ພາຍໃນແຕ່ລະບ້ານ: ໂດຍລວມແລ້ວແຕ່ລະບ້ານແມ່ນໄດ້ຫັນເອົາມະຕິກອງປະຊຸມໃຫຍ່ຂອງເມືອງ ກໍຄືມະຕິກອງປະຊຸມໃຫຍ່ຂອງແຕ່ລະບ້ານເປັນອັນລະ ອຽດ ເພື່ອໃຫ້ແທດເໝາະກັບຈຸດພິເສດທ່າແຮງຂອງບ້ານ, ໂດຍສຸມໃສ່ແກ້ໄຂຄວາມທຸກຍາກ, ການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ; ພ້ອມດຽວກັນ, ແຕ່ລະບ້ານແມ່ນໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນທໍາການຜະລິດ ໂດຍສະເພາະແມ່ນການປູກເຂົ້າ, ປູກພືດອຸດສາຫະກໍາເປັນສິນຄ້າ ເຊັ່ນ: ສາລີ, ໝາກງາ, ໝາກເດືອຍ, ມັນຕົ້ນ ແລະອື່ນໆ, ໂດຍນໍາໃຊ້ເຕັກນິກວິທະຍາສາດ, ນໍາໃຊ້ກົນຈັກ, ການນໍາໃຊ້ຝຸ່ນຊີ ວະພາບ ເພື່ອຍົກສູງສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ.

ຈາກນັ້ນ, ທ່ານ ພົງສະຫວັນ ສິດທະວົງ ໄດ້ໂອ້ລົມຕໍ່ປະຊາຊົນ ບັນດາເຜົ່າພາຍໃນ 6 ບ້ານ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະບ້ານ ແລະ ປະຊາຊົນແຕ່ລະບ້ານຈົ່ງສືບຕໍ່ເອົາໃຈໃສ່ໃນການສ້າງເສດຖະກິດຂອງແຕ່ລະຄອບຄົວດ້ວຍການປູກ-ການລ້ຽງ; ຊຸກຍູ້ສົ່ງເສີມປະຊາຊົນປູກພືດອຸດສາຫະກໍາເປັນສິນຄ້າ, ນໍາໃຊ້ເຕັກນິກໃໝ່ ແລະ ປ່ຽນແນວພັນພື້ນເມືອງມາເປັນແນວພັນປັບປຸງທີ່ໄດ້ຜ່ານການຄັດເລືອກລະອຽດ, ການລ້ຽງສັດໃຫຍ່ກໍ່ຕ້ອງຕິດພັນກັບການປູກຫຍ້າ ແລະ ທອມເອົາ, ເອົາໃຈໃສ່ ສຶກສາອົບຮົມລູກຫຼານ ແລະ ພໍ່ ແມ່ປະຊາຊົນໃຫ້ເຫັນໄດ້ຜົນຮ້າຍຂອງຢາເສບຕິດ, ພ້ອມທັງເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດຢູ່ແຕ່ລະບ້ານໃຫ້ໄດ້, ເອົາໃຈໃສ່ປັບປຸງ ການຈັດຕັ້ງໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ແຕ່ລະບ້ານຕ້ອງເປັນເຈົ້າການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ກຸ່ມເສບ ແລະ ຄ້າ-ຂາຍຢາເສບຕິດ, ການລັກລອບຕັດໄມ້, ການຖາງປ່າແກ່, ປ່າຕົ້ນນໍ້າ; ເພື່ອນໍາເອົາກຸ່ມຄົນດັ່ງກ່າວມາສຶກສາອົບຮົມໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ, ຊຸກຍູ້ລູກຫຼານໃນເກນອາຍຸໃຫ້ໄດ້ເຂົ້າຮຽນ, ປ້ອງກັນບໍ່ໃຫ້ມີການປະລະການຮຽນ, ເອົາໃຈໃສ່ເຝົ້າລະວັງຕໍ່ພະຍາດໂຄວິດ-19, ການລະບາດຂອງ ພະຍາດໄຂ້ຍຸງລາຍດ້ວຍການເຮັດອະນາໄມບ້ານ-ເຮືອນ ສໍາຄັນແມ່ນໃຫ້ປະຕິບັດຕາມ 5 ປ ຂອງສາທາລະນະສຸກວາງອອກໃຫ້ເປັນປົກກະຕິ ແລະ ປຸກລະດົມປະຊາຊົນໃຫ້ສາມັກຄີກັນສ້າງຄັນຄຸກັກກັນນໍ້າຕາມຫ້ວຍຮ່ອງຕ່າງໆຢູ່ແຕ່ລະບ້ານ ເພື່ອກັກຕຸນນໍ້າໃນລະດູ ຝົນໄວ້ໃຊ້ທໍາການຜະລິດ ແລະ ບໍລິໂພກໃນລະດູແລ້ງ.