ກອງປະຊູມໃຫຍ່ ຄັ້ງທີ I ໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ
ກອງປະຊູມໃຫຍ່ ຄັ້ງທີ I ໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ

ໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດ ກອງປະຊູມໃຫຍ່ ຄັ້ງທີ I ໃນວັນທີ 10 ມີຖຸນາ 2020, ເປັນປະທານໂດຍ ສະຫາຍ ໄຊສົມພັນ ລີເຕັງເບຼຍຈື້ ເລຂາໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊສົມບູນ; ມີ ສະຫາຍ ພອຍຄຳ ຮຸງບຸນຍວງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆໄຊສົມບູນ, ມີຜູ້ແທນສົມບູນ-ສຳຮອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ສະຫາຍ ໄຊສົມພັນ ລີເຕັງເບຼຍຈື້ ໄດ້ຜ່ານບົດລາຍງານການເມືອງວ່າ: ຜ່ານມາ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ສ້າງໜ່ວຍພັກຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ຕໍ່ກັບວຽກງານກວດກາງົບປະມານ ເຊິ່ງຕະຫຼອດໄລຍະ 5 ປີ ເຫັນໄດ້ວ່າບັນລຸໄດ້ຕາມເປົ້າໝາຍ, ໂດຍຜ່ານມາເກັບລາຍຮັບຄ່າທຳນຽມແຜນປີໄດ້ ທັງໝົດ 535.000.000 ກີບ, ປະຕິບັດໄດ້ 357.928.000 ກີບ ເທົ່າກັບ 66,90% ຂອງແຜນປີ; ໄດ້ປະຕິບັດກໍ່ສ້າງເສັ້ນທາງປູຢ່າງ 2 ຊັ້ນ ຢູ່ແຂວງໄຊສົມບູນ ສຳເລັດໄດ້ 100%, ຕິດແທດກັບການກໍ່ສ້າງທາງເບຕົງເທດສະບານແຂວງ ແລະ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ.

ນອກນີ້, ຍັງໄດ້ສໍາຫຼວດວາງແຜນຜັງບັນດາເມືອງ ຄື: ເມືອງອະນຸວົງ, ເມືອງລ້ອງຊານ, ເມືອງຮົ່ມ ແລະ ເມືອງລ້ອງແຈ້ງ ສຳເລັດ 100%; ໃນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງ ເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍ ຄັດເລືອກເອົາ 3 ສະຫາຍ ເລືອກໄດ້ ສະຫາຍ ໄຊສົມພັນ ລີເຕັງເບຼຍຈື້ ເປັນເລຂາໜ່ວຍພັກ, ສະຫາຍ ຄຳພຸດ ແກ້ວວົງພອນ ປະທານກວດກາ, ສະຫາຍ ຢໍ້ເລົາ ຢົງສາ ເປັນຄະນະ.

ໃນຕອນທ້າຍ, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຍ້ອງຍໍຊົມເຊີຍຕໍ່ການຊີ້ນຳຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ເຮັດສຳເລັດໜ້າທີ່ ສະແດງໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງໃນຫຼາຍດ້ານ, ພ້ອມທັງຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ຮັກສາຜົນງານທີ່ຍາດມາໄດ້, ປັບປຸງ, ແກ້ໄຂຂໍ້ຄົງຄ້າງໃຫ້ໝົດໄປ; ສອດຄ່ອງກັບຈຸດພິເສດ, ໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກຊຸດໃໝ່ ຕະຫຼອດຮອດສະມາຊິກພັກ ພາຍໃນໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງທຸກສະຫາຍ ຈົ່ງເຊີດຊູນ້ຳໃຈຮັກຊາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງຕົນ ກໍຄືໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ ແລະ ຮອບດ້ານ.