ເມືອງໂພນໂຮງ ຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ປກສ ບ້ານ
ເມືອງໂພນໂຮງ ຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ປກສ ບ້ານ

ກອງປະຊຸມຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບຂັ້ນບ້ານທົ່ວ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1-2 ກໍລະກົດ 2020; ເປັນປະທານໂດຍ ພັທ ລາພັນ ໄຊທອງສາ ຫົວໜ້າກອງບັນ ຊາການເມືອງ, ມີ ພັທ ວິດາໄຊ ອາດທອງ ຫົວໜ້າຫ້ອງຄຸ້ມຄອງ ສຳມະໂນຄົວ-ກໍ່ສ້າງຮາກຖານ ປກສ ແຂວງວຽງຈັນ, ມີນາຍ ແລະ ພົນຕຳຫຼວດ; ນາຍບ້ານ ແລະ ກຳລັງປ້ອງກັນຄວາມສະ ຫງົບຂັ້ນບ້ານທົ່ວເມືອງ ເຂົ້າຮ່ວມ.

ເມືອງໂພນໂຮງ ຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ປກສ ບ້ານ

ພັທ ລາພັນ ໄຊທອງສາ ໄດ້ເຜີຍແຜ່ເຊື່ອມຊຶມຄຳສັ່ງເລກທີ 01/ຈຂ.ວຈ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງວຽງຈັນ; ເອກະສານ 514 ວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກຳລັງປ້ອງກັນຄວາມ ສະຫງົບບ້ານ, ເອກະສານກອງຮ້ອຍໝວດໝູ່ ປກສ ບ້ານ, ວຽກງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ເອກະສານທີ່ຈຳເປັນອື່ນໆ; ເຊິ່ງການຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນຄວາມສະຫງົບຂັ້ນບ້ານຄັ້ງນີ້ ກໍເພື່ອເຮັດກຳລັງດັ່ງກ່າວ ໄດ້ຮັບຮູ້ເຖິງພາລະບົດບາດສິດໜ້າທີ່, ແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ມີຄວາມຊຳນານດ້ານວິຊາສະເພາະ ແນໃສ່ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບບ້ານມີ ຄວາມໜັກແໜ້ນ, ເຂັ້ມແຂງສາມາດເຮັດສໍາເລັດໜ້າທີ່ ແລະ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະບ້ານໃຫ້ໄດ້ໂດຍພື້ນຖານ.

ຜ່ານການຝຶກອົບຮົມໄລຍະ 2 ວັນ ເຫັນໄດ້ວ່ານັກສຳມະນາກອນ ແຕ່ລະບ້ານກໍ່ມີຄວາມຮັບຮູ້ເຂົ້າໃຈດີ, ກຳໄດ້ທິດສະດີຫຼັກການໃນການຈັດຕັ້ງປະຕິບັດໄດ້ດີສົມຄວນ.