ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2022 ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ບຸນຄໍ້າ ສົມວົງໄຊ ຄະນະພັກກອງບັນຊາການ ຫົວໜ້າຫ້ອງສັນຕິບານ, ມີຄະນະພັກຫ້ອງ, ເລຂາ-ຮອງເລຂາໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ເພື່ອເປັນການປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ແນໃສ່ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຊອກຮູ້ສະພາບແນວຄິດທີ່ເຊື່ອມຖອຍ, ຜິດຕໍ່ແນວທາງຂອງພັກ ເພື່ອຫາວິທີການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂຢ່າງຖືກຕ້ອງສອດຄ່ອງ, ເຂັ້ມງວດ ແລະ ທັນການ.

ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ໄດ້ເຜີຍແຜ່ເອກະສານຕ່າງໆດັ່ງນີ້:

  • ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອປະຕິວັດອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບ
  • ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດ ໃນໄລຍະໃໝ່
  • ຈັນຍາທໍາ-ຈັນຍາບັນຂອງນາຍຕໍາຫຼວດ ແລະ ພົນຕໍາຫຼວດ
  • ຄໍາສັ່ງ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
  • ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, 3 ທາດແທ້ ແລະ 7 ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!