ວັນທີ 20 ກໍລະກົດ 2020, ບັນດາອົງການຈັດຕັ້ງ ສະຫະພັນ ແມ່ຍິງອ້ອມຂ້າງແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20 ກໍລະກົດ 1955-20 ກໍລະກົດ 2020); ປາຖະກະຖາໂດຍທ່ານ ນາງ ສົມໝາຍ ແສງວິໄລ ອະດີດປະທານສະຫະພັນແມ່ຍິງແຂວງ, ມີບັນດາກໍາມະການພັກແຂວງ, ອະດີດການນໍາສະຫະພັນແມ່ຍິງແຂວງ ແລະ ອະດີດການນໍາສະຫະພັນແມ່ຍິງເມືອງ ຕະຫຼອດຮອດຫົວໜ້າໜ່ວຍ-ຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ນາງ ສົມໝາຍ ແສງວິໄລ ອະດີດປະທານ ສະຫະພັນ ແມ່ຍິງແຂວງຜົ້ງສາລີ
ທ່ານ ນາງ ສົມໝາຍ ແສງວິໄລ ອະດີດປະທານ ສະຫະພັນ ແມ່ຍິງແຂວງຜົ້ງສາລີ

ທ່ານ ນາງ ສົມໝາຍ ແສງວິໄລ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ລວມໄປເຖິງຜົນ
ງານການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນປະກອບສ່ວນເຂົ້າໃນພາລະກິດປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ນັບແຕ່ມື້ສ້າງຕັ້ງເຖິງປັດຈຸບັນ, ແມ່ຍິງລາວໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຖືກສັບຊ້ອນເຂົ້າໃນຫຼາຍຕໍາແໜ່ງງານ, ໄດ້ຮັບການຍ້ອງຍໍຕ່າງໆຈາກພັກ ແລະ ລັດຖະບານ ລວມໄປເຖິງການຈັດຕັ້ງຕ່າງໆ.

ການຫວນຄືນມູນເຊື້ອໃນຄັ້ງນີ້ໄດ້ມີຄວາມໝາຍ ແລະ ຄວາມສໍາຄັນ ເພື່ອແນໃສ່ເຮັດໃຫ້ແມ່ຍິງລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະເອື້ອຍ-ນ້ອງແມ່ຍິງອ້ອມຂ້າງແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ປຸກລະດົມຄວາມເປັນເຈົ້າການເຂົ້າຮ່ວມໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນການພັດທະນາແມ່ຍິງ ກໍຄືພັດທະນາຕົນເອງໃນແຕ່ລະໄລຍະ, ການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

ໂອກາດດຽວກັນນີ້, ທ່ານ ນາງ ສົມສຸກ ໄຊພະຈັນ ປະທານສະຫະພັນແມ່ຍິງແຂວງຜົ້ງສາລີ ຍັງໄດ້ຜ່ານຜົນງານການ ເຄື່ອນໄຫວໂດຍຫຍໍ້ຂອງສະຫະພັນແມ່ຍິງແຂວງ ເຊິ່ງທ່ານໄດ້ກ່າວວ່າ: ໄລຍະຜ່ານມາ, ສະຫະພັນແມ່ຍິງແຂວງ ໄດ້ ເປັນເຈົ້າການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍການປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນສາມາດຍາດໄດ້ຜົນງານຫຼາຍດ້ານ; ສະແດງອອກ: ໄປຍົກລະດັບການນໍາພາ-ຄຸ້ມຄອງສ້າງຄູຝຶກວຽກງານພັດທະນາແມ່ຍິງ ຈໍານວນ 2 ສະຫາຍ, ຝຶກອົບຮົມວຽກງານການເປັນພາວະຜູ້ນໍາໃຫ້ແມ່ຍິງ ຈໍານວນ 4 ຄັ້ງ, ມີຜູ້ເຂົ້າຮ່ວມ ຈໍານວນ 58 ສະຫາຍ; ວຽກງານກໍ່ສ້າງພະນັກງານເພດຍິງ, ສະມາຊິກສະຫະພັນແມ່ຍິງ ໄດ້ສ້າງເງື່ອນໄຂໄປຍົກລະດັບດ້ານຕ່າງໆ ໄປຮຽນຢູ່ພາຍໃນປະເທດ ແລະ ຕ່າງປະເທດມີລະບົບ ກໍ່ສ້າງ: ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ມີຈໍານວນທັງໝົດ 62 ສະຫາຍ.