ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ມອບພົນລະເມືອງຈີນຈໍານວນ 34 ຄົນ ທີ່ເຂົ້າ ສປປ ລາວ ຜິດກົດໝາຍ ໃຫ້ເຈົ້າໜ້າທີ່ ສປປ ຈີນ ນໍາກັບຄືນປະເທດ ໃນວັນທີ 20 ກໍລະກົດ 2020, ຢູ່ທີ່ເຂດຫຼັກໝາຍທີ 7 ຊາຍແດນລາວ-ຈີນ (ດ່ານສາກົນລານຕຸ້ຍ-ດ່ານເມືອງຄໍາ).

ພັທ ລີ ປັນແກ້ວ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-19 ກໍລະກົດ 2020, ໄດ້ກວດພົບມີພົນລະເມືອງຈີນຈໍານວນຫຼາຍ ລັກລອບເຂົ້າເມືອງ ໂດຍໃຊ້ເສັ້ນທາງນ້ອຍ (ບ້ານລົງທາງ) ເມືອງຍອດອູ ແຂວງຜົ້ງສາລີ. ດັ່ງນັ້ນ, ປກສ ເມືອງຍອດອູ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມກວດກາ ແລະ ມາໃນວັນທີ 19 ກໍລະກົດ 2020 ພົບເຫັນລົດຂົນສົ່ງໂດຍສານ (ຜົ້ງສາລີ-ອຸດົມໄຊ) 1 ຄັນ ມີພົນລະເມືອງຈີນຈໍານວນ 34 ຄົນ ຍິງ 7 ຄົນ ແລະ ໄດ້ກັກຕົວໃນຂໍ້ຫາກະທໍາຜິດຕາມກົດໝາຍ ວ່າດ້ວຍ ການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 59/ສພຊ ລົງວັນທີ 26 ທັນວາ 2014 ແລະ ມາດຕາ 52 ຂໍ້ຫ້າມສໍາລັບຄົນຕ່າງປະເທດ ລັກລອບເດີນທາງເຂົ້າ-ອອກ ສປປ ລາວ.

ເຈົ້າໜ້າທີ່ໄດ້ສອບສວນຢ່າງຈະແຈ້ງແລ້ວຈຶ່ງຮູ້ວ່າ: ພົນລະເມືອງຈີນຈໍານວນດັ່ງກ່າວ ແມ່ນມີຈຸດປະສົງທີ່ຈະເດີນທາງມາທ່ອງທ່ຽວແຕ່ຖືກສະກັດກັ້ນໄວ້ກ່ອນ ເນື່ອງຈາກວ່າ ລັດຖະບານຍັງຄຸມເຂັ້ມກ່ຽວກັບ ມາດຕະການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19. ພາຍຫຼັງກັກຕົວຈຶ່ງໄດ້ມອບໃຫ້ ເຈົ້າໜ້າທີ່ ສປ ຈີນ ນໍາໄປສຶກສາອົບຮົມເພື່ອບໍ່ໃຫ້ມີການກະທໍາຜິດຊໍ້າອີກ.

ການມອບຄັ້ງນີ້, ຝ່າຍ ສປປ ລາວ ນໍາໂດຍ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ແລະ ກ່າວຮັບໂດຍ ທ່ານ ເຈົາຊຸນລີ ຮອງຫົວໜ້າຕໍາຫຼວດ ເມືອງຈຽງເຊີນ, ກອງບັນຊາການຕໍາຫຼວດ ນະຄອນພູເອີ ແຂວງຢູນນານ ແຫ່ງ ສປ ຈີນ ໂດຍມີເຈົ້າໜ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຄີພະຍານ.