ໃນວັນທີ 4 ສິງຫາ 2020, ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ” ບົດບາດຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງໃນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ແລະ ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທັນສະໄໝ ” ໂດຍມີ ທ່ານ ປອ ນາງ ອຳໄພວັນ ຄຳແສງສີວິໄລ ຮອງປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ພ້ອມດ້ວຍຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ນາງ ອຳໄພວັນ ຄຳແສງສີວິໄລ ກ່າວວ່າ: ການສຳມະນາບົດບາດຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງໃນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ແລະ ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທັນສະໄໝກໍເພື່ອເປັນການປະກອບສ່ວນສ້າງຄວາມຮັບຮູ້-ເຂົ້າໃຈດ້ານທິດສະດີ ແລະ ພຶດຕິກຳໃຫ້ຖັນແຖວນັກຄົ້ນຄວ້າຂອງສະຖາບັນວິທະຍາສາດສັງຄົມກ່ຽວກັບບົດບາດຂອງວິສາຫະກິດໃນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ແລະ ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທັນສະໄໝ ແລະ ເປັນການສ້າງການພົວພັນການຮ່ວມມືຢ່າງສະໜິດແໜ້ນລະຫວ່າງສະຖາບັນວິທະຍາສາດສັງຄົມແຫ່ງຊາດກັບພາກສ່ວນເຮັດການຄຸ້ມຄອງມະຫາພາກເພື່ອ ເຮັດການຄົ້ນຄວ້າວິທະຍາສາດ.

ການສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ຢ່າງກົງໄປກົງມາ. ເຊິ່ງຫົວຂໍ້:ບົດບາດຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງໃນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ປະກອບມີ: ແນວທາງຂອງພັກປະຊາຊົນ ປະຕິວັດລາວ ຕໍ່ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ, ສະພາບປັດຈຸບັນຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ (ການເຕີບໃຫຍ່ຂະຫຍາຍຕົວ, ຂະແໜງການທີ່ພົ້ນເດັ່ນ), ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທຳ, ການລຶບລ້າງຄວາມທຸກຍາກ; ຫົວຂໍ້ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທັນສະໄໝ ປະກອບມີ: ຄວາມເປັນມາຂອງແຜນແມ່ບົດເມືອງທັນສະໄໝອາຊຽນ, ການກຳນົດຄວາມໝາຍ ຫຼື ມາດຖານຂອງເມືອງທັນສະໄໝ, ສະຖານະພາບ ແລະ ແຜນການສຳລັບເມືອງທັນສະໄໝຂອງນະຄອນຫຼວງວຽງຈັນ, ການມີສ່ວນຮ່ວມໃນເມືອງທັນສະໄໝໃນກອບເຄືອຂ່າຍອາຊຽນ, ສະຖາບັນການເງິນ ຫຼື ຄູ່ຮ່ວມການພັດທະນາ, ຊຸມຊົນ ແລະ ອົງການຈັດຕັ້ງທາງສັງຄົມ.