ວຽກງານປ້ອງກັນຄວາມສະຫງົບ ເປັນວຽກງານໜຶ່ງທີ່ສຳຄັນເພື່ອໃຫ້ວຽກງານດັ່ງກ່າວມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຕອບສະໜອງໄດ້ໜ້າທີ່ການເມືອງໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງປะເທດໃຫ້ມີການຂະຫຍາຍຕົວ; ດັ່ງນັ້ນ, ຫຼາຍພາກສ່ວນຈຶ່ງໄດ້ໃຫ້ການອຸປະຖຳຊຸກຍູ້ວຽກງານປ້ອງກັນຄວາມສະຫງົບ.

ມາໃນວັນທີ 9 ສິງຫາ 2020 ໄດ້ມີບັນດາຜູ້ປະກອບການບໍລິສັດໄດ້ສືບຕໍ່ໃຫ້ການຊຸກຍູ້ວຽກງານປ້ອງກັນຄວາມສະຫງົບເຊັ່ນ: ບໍລິສັດ ຈະເລີນສຸກກໍ່ສ້າງ, ບໍລິສັດ ເອັກດີດີ, ບໍລິສັດ ທັນເດີ ຈໍາກັດ, ກຸ່ມບໍລິສັດ ລາວກອນສິນສາກົນ ຈໍາກັດ, ບໍລິສັດ ພົງຊັບທະວີ ຈໍາກັດ, ບໍລິສັດ ວັດ-ພູ ກໍ່ສ້າງເຄຫາສະຖານ ຈໍາກັດ, ບໍລິສັດ FORT TOKO ຈໍາກັດ, ບໍລິສັດໄຟຟ້າລາວ, ບໍລິສັດ ເອເຊຍລົງທຶນພັດທະນາກໍ່ສ້າງ ຈໍາກັດ, ບໍລິສັດ ນໍ້າທາກໍ່ສ້າງ ຈໍາກັດ, ບໍລິສັດ ແສງເພັດ ເກັບກູ້ລະເບີດ, ບໍລິສັດໄຊຍະກໍ່ສ້າງ ຈໍາກັດ, ກະຊວງປ້ອງກັນປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການຕ່າງປະເທດ, ອົງການຜູ້ຕາງໜ້າກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາລາວ, ສຳນັກງານ ແຂວງບໍລິຄໍາໄຊ, ແຂວງວຽງຈັນ, ສະຫະພັນກ໊ອບແຂວງ ສະຫວັນນະເຂດ, ທ່ານ ຄໍາຜາຍ ສີລາຊາ (ກຸ່ມດວງຈະເລີນ), ທ່ານ ຄໍາສະຫວ່າງ ມິ່ງບຸຜາ ແລະ ທ່ານ ນາງ ລັດດາວັນ ເຫວີຍຫານ; ການປະກອບສ່ວນຊຸກຍູ້ໃນຄັ້ງນີ້ແມ່ນ ການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຊາດ ທີ່ຈະໝູນວຽນມາເຖິງນີ້ເປັນຕົ້ນແມ່ນວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ, ວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍຄົບຮອບ 70 ປີ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສຳຄັນອື່ນໆ.

ໂອກາດດັ່ງກ່າວ, ທ່ານ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບທົ່ວປະເທດ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພາກສ່ວນຕ່າງໆທີ່ໄດ້ໃຫ້ການຊຸກຍູ້ວຽກງານປ້ອງກັນຄວາມສະຫງົບໃນຄັ້ງນີ້ ແລະ ອວຍພອນໃຫ້ບັນດາພາກສ່ວນຕ່າງໆທີ່ຊຸກຍູ້ຈົ່ງມີແຕ່ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມຈະເລີນຮຸ່ງເຮື່ອງກ້າວໜ້າໃນໜ້າທີ່ວຽກງານຂອງຕົນ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືກັບບັນດາພາກສ່ວນຕ່າງໆຕື່ມອີກ.