ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມພ້ອມທັງໄດ້ມອບຫຼຽນໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນຂະບວນການໃນການເຄື່ອນໄຫວວຽກງານແນວລາວສ້າງຊາດຕະຫຼອດໄລຍະ 10 ປີຜ່ານມາ, ໃນວັນທີ 12 ສິງຫາ 2020.


ໃນໂອກາດດັ່ງກ່າວສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດທີ່ສູນກາງແນວລາວສ້າງຊາດຍາດມາໄດ້ໄລຍະຜ່ານມາພ້ອມນັ້ນກໍໄດ້ເນັ້ນຕື່ມບາງບັນຫາທີ່ຄວນເອົາໃຈໃສ່ເປັນຕົ້ນພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ໃຫ້ແນວລາວສ້າງຊາດຂັ້ນສູນກາງກໍຄືຂັ້ນທ້ອງຖິ່ນເອົາໃຈໃສ່ກວດກາຄືນການຈັດຕັ້ງປະ ຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດສະໄໝທີ X ກໍຄືກອງປະຊຸມໃຫຍ່ແນວລາວສ້າງຊາດທ້ອງຖິ່ນໂດຍສະເພາະການຜັນຂະຫຍາຍແຜນພັດທະນາວຽກງານແນວລາວສ້າງຊາດເພື່ອສະຫຼຸບຕີລາຄາບັນດາດ້ານທີ່ຕ້ອງໄດ້ສືບຕໍ່ສູ້ຊົນປັບປຸງໃຫ້ດີຂຶ້ເພື່ອເປັນບ່ອນອີງໃນການວາງທິດທາງການເຄື່ອນໄຫວໃນຕໍ່ໜ້າພ້ອມທັງເອົາໃຈໃສ່ວຽກງານໂຄສະນາສ້າງຂະບວນການກະ ກຽມໃສ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ-ນະຄອນຫຼວງກໍຄືກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດສະໄໝທີ XI ໃຫ້ເປັນຂະບວນຟົດຟື້ນ, ພ້ອມນັ້ນຄະນະຮັບຜິດຊອບວຽກງານກວດກາແນວລາວສ້າງຊາດຂັ້ນສູນກາງ- ທ້ອງຖິ່ນຕ້ອງສືບຕໍ່ປະຕິບັດບົດບາດຂອງຕົນໃນການປະສານສົມທົບກັບອົງການພາຄີຄະນະທີ່ປຶກສາຕ່າງໆປະຕິບັດພາລະບົດບາດຕິດຕາມກວດກາ-ເກັບກໍາຫາງສຽງສັງຄົມຄໍາຮ້ອງ, ຄໍາສະເໜີເກັບກໍາຄວາມຄິດຄວາມເຫັນຄວາມຂັດຂ້ອງໝອງໃຈຂອງປະຊາຊົນລາວບັນດາເຜົ່າຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຜົນກະທົບຈາກການພັດທະນາໂຄງການຕ່າງໆ, ການເຄື່ອນໄຫວປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທ້ອງຖິ່ນ, ວຽກງານຕອບແທນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ; ໃຫ້ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດສະໄໝທີ XI ກະກຽມຮ່າງບົດລາຍງານການເມືອງ, ຮ່າງກົດລະບຽບຂອງແນວລາວສ້າງຊາດສະໄໝທີ XI ສະບັບປັບປຸງສືບຕໍ່ເອົາໃຈໃສ່ຮີບຮ້ອນສັງລວມຄໍາຄິດຄໍາເຫັນເພື່ອປັບປຸງເນື້ອໃນຕາມການປະກອບຄໍາເຫັນຂອງຜູ້ແທນກອງປະຊຸມ ແລະ ທິດຊີ້ນໍາຈາກຄະນະປະຈຳສູນກາງແນວລາວສ້າງຊາດ ເພື່ອນໍາໄປທາບທາມຢູ່ທ້ອງຖິ່ນອີກຮອບໜຶ່ງກ່ອນຈະນໍາມາຜ່ານກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງແລ້ວນໍາໄປຜ່ານໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດສະໄໝທີ XI ພິຈາລະນາ ແລະ ຮັບຮອງເອົາ ແລະ ໃຫ້ອົງການແນວລາວສ້າງຊາດສົມທົບກັບຄະນະພັກແຂວງ-ນະຄອນຫຼວງເປັນເຈົ້າການນຳພາ-ຊີ້ນຳການຄົ້ນຄ້ວາຮໍ່າຮຽນເພື່ອເຊື່ອມຊຶມກຳແໜ້ນເນື້ອໃນສຳຄັນຂອງມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງສັງຄົມຂອງພັກໄລຍະໃໝ່; ໃຫ້ແນວລາວສ້າງຊາດແຂວງ-ນະຄອນ ຫຼວງບັນດາກົມຫ້ອງການ ແລະ ສູນຝຶກອົບຮົມນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໂດຍສະເພາະທິດທາງວຽກງານປີ 2020-2021 ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຄວາມຮັບຜິດຊອບຂອງຕົນສືບຕໍ່ນໍາພາຂະບວນການສ້າງຄອບຄົວ, ບ້ານສາມັກຄີປອງດອງໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງທັງໄດ້ຄຸນນະພາບເພື່ອສ້າງຄວາມສາມັກຄີຄວາມສະຫງົບເປັນລະບຽບຮຽບຮ້ອຍໃນຄອບຄົວ ແລະ ສັງຄົມໃຫ້ດີຂຶ້ນ.


ນອກຈາກນີ້ຍັງໄດ້ມີການປະດັບຫຼຽນໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນໃນການອຸທິດເຫື່ອແຮງສະຕິປັນຍາວັດຖຸຈິດໃຈປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການຂະບວນການໃນການເຄື່ອນໄຫວວຽກງານແນວລາວສ້າງຊາດຕະຫຼອດໄລຍະ 10 ປີຜ່ານມາ (2010-2020) ປະກອບມີຫຼຽນໄຊອິດສະຫຼະຊັ້ນ I ຈໍານວນ 1 ທ່ານ, ຊັ້ນ II 5 ທ່ານ, ແລະຊັ້ນ III 2 ທ່ານ, ຫຼຽນໄຊແຮງງານຊັ້ນ I 18 ທ່ານ, ຊັ້ນ II 19 ທ່ານ ແລະ ຊັ້ນ III 29 ທ່ານ; ຫຼຽນໄຊພັດທະນາຊັ້ນ I 1 ທ່ານ, ຫຼຽນກາແຮງງານ 28 ທ່ານ ,ແລະ ໃບຍ້ອງຍລັດຖະບານ 41 ທ່ານ