ປັດຈຸບັນນີ້, ອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ພວມເລັ່ງສຸມໃສ່ຊີ້ນຳ-ນຳພາຂະບວນການຝຶກແອບ-ຝຶກຊ້ອມວິຊາສະເພາະເພື່ອກະກຽມຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມ ສາ 1961-5 ເມສາ 2021 ).


ພັອ ໄຊສຸວັນ ພັນທະສຸກ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ປກສ ເມື່ອບໍ່ດົນມານີ້ວ່າ: ການຊີ້ນຳ-ນຳພາຂະບວນການຝຶກ ແອບ-ຝຶກຊ້ອມວິຊາສະເພາະ, ນອກຈາກຈະເປັນການກະກຽມຂໍ່ານັບຮັບຕ້ອນງານສຳຄັນດັ່ງກ່າວແລ້ວຍັງເປັນການສ້າງໃຫ້ກຳລັງເຫຼົ່າວິຊາສະເພາະປ້ອງກັນເຄື່ອນທີ່ມີຄວາມຊຳນິຊຳນານໃນດ້ານວິຊາສະເພາະ ແລະ ມີຄວາມພ້ອມໃນການປະຕິບັດໜ້າທີ່ໃນສະເພາະ ແລະ ຍາວນານ. ໃນນີ້, ໄດ້ນຳເອົາ 6 ກິດຈະກຳເຂົ້າມາຝຶຶກຊ້ອມຄື: ຝຶກຊ້ອມມວຍກິລາ 25-38 ຈັງຫວະ, ມວຍປ້ອງກັນຕົວ, ການແກ້ໄຂກຸ່ມແກ້ງກວນເມືອງ, ຕ້ານກຸ່ມຊຸມນຸມປະທ້ວງ, ການຊິງຕົວປະກັນຢູ່ຕຶກຫຼາຍຊັ້ນ ແລະ ຝຶກການກວດກູ້-ທຳລາຍລະເບີດ.

ນອກຈາກຂະບວນການຝຶກແອບ-ຝຶກຊ້ອມວິຊາສະເພາະແລ້ວ, ອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ຍັງຈະເອົາໃຈໃສ່ຊີ້ນຳ-ນຳພາການສ້າງຂະບວນການກິລາ 3 ຄື: ບານເຕະ, ບານສົ່ງ ແລະ ກິລາເປຕັງ; ຂະ ບວນການອະນາໄມແມ່ນໄດ້ເຂົ້າຮ່ວມຂະບວນການນຳຊາວໜຸ່ມ ທົ່ວກະຊວງ ແລະ ອະນາໄມໃນຂອບເຂດຫ້ອງການ, ທາງເຂົ້າ-ອອກຕຶກຫ້ອງການຢ່າງເປັນປະຈຳ. ຄຽງຄູ່ກັນນີ້ຍັງມີຂະບວນການແຂ່ງຂັນການປະຕິບັດລະບຽບວິໄນ ແລະ ແຂ່ງຂັນປະຕິບັດໜ້າທີ່ເປັນຕົ້ນແມ່ນອອກກວດກາລາດຕະເວນຕາມຂອບເຂດຮັບຜິດຊອບ ເພື່ອສະກັດກັ້ນແກ້ໄຂກຸ່ມແກ້ງກວນເມືອງ ແລະ ຂະບວນການຮັບປະກັນໃຫ້ມີກຳລັງປະຈຳການຕະຫຼອດ 24 ຊົ່ວໂມງ.


ຕະຫຼອດໄລຍະຜ່ານມາ, ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ, ທາງອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງພັກ, ພະນັກງານໄດ້ຕາມແຜນການ ແລະ ຖືກຕ້ອງຕາມມາດຖານ, ເງື່ອນໄຂຂອງຂັ້ນເທິງວາງອອກສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານສະເພາະ ແລະ ຍາວນານ; ໄດ້ນຳພາເປີດ ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ສຳເລັດ ແລະ ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ໄດ້ 16 ໜ່ວຍ.