ຂົວບ້ານນາອ່າງ ເມືອງເຟືອງ ເປ່ເພໜັກ ສ້າງຄວາມຫຍຸ້ງຍາກໃນການສັນຈອນ

0
1120

ແຂວງວຽງຈັນ: ປະຊາຊົນລາຍງານໃຫ້ຮູ້ ໃນຕອນແລງວັນທີ 10 ກັນຍາ 2020 ນີ້ວ່າ, ສະພາບຂົວບ້ານນາອ່າງ ທາງໄປວັດໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ ແມ່ນເພໜັກ, ແລະ ກໍາລັງຢູ່ໃນຂັ້ນຕອນກວດກາ ແລະ ສ້ອມແປງ ຈາກພາກສ່ວນກ່ຽວຂ້ອງ.

ຈິ່ງແຈ້ງເຕືອນໃຫ້ປະຊາຊົນ ທີ່ຈະຜ່່ານຂົວດັ່ງກ່າວ ໃຫ້ລະມັດລະວັງແທ້ໆ. ຖ້າຕອນຄືນ ບໍ່ຈໍາເປັນບໍ່ຢາກໃຫ້ໄປທາງນີ້ ເພາະອັນຕະລາຍ.

ປະຊາຊົນ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໄດ້ ຊ່ວຍເລັ່ງແກ້ໄຂ ໃຫ້ປະຊາຊົນແດ່ ເພາະຢ້ານເກີດອຸບັດຕິເຫດ. ອີກຢ່າງທາງດັ່ງກ່າວ ເຊື່ອມຕໍ່ຫາ ແຫຼ່ງທ່ອງທ່ຽວສໍາຄັນຂອງເມືອງເຟືອງ.