ສໍາມະນາ ຕ້ານພະຍາດໄຂ້ເລືອດອອກ ແບບມີສ່ວນຮ່ວມໃຫ້ບ້ານ

0
1090

ຫ້ອງການສາທາລະນາສຸກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດສໍາມະນາໃຫ້ອົງການຈັດຕັ້ງບ້ານ ທົ່ວເມືອງໄຊເສດຖາ ກ່ຽວກັບການຕ້ານພະຍາດໄຂ້ເລືອດອອກ ແບບມີສ່ວນຮ່ວມ,ໃນວັນທີ 18 ກັນຍາ ຜ່ານມາ, ໂດຍມີ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ, ພ້ອມດ້ວຍ ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ຄໍາສະຫວັນ ໂຄດໄຊ ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ ໂດຍປະຕິບັດຕາມຄໍາສັ່ງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 006/ຈນວ, ລົງວັນທີ 7 ກໍລະກົດ 2020 ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ,  ເວົ້າສະເພາະຢູ່ເມືອງໄຊເສດຖາ ເພື່ອສ້າງຄວາມເປັນເອກະພາບໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ຂອງອົງການຈັດຕັ້ງບ້ານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ໃນການສ້າງຂະບວນການຕ້ານພະຍາດໄຂ້ຍຸງລາຍແບບມີສ່ວນຮ່ວມໃນຊຸມຊົນ ໂດຍປະຕິບັດຕາມ 6 ຍຸດທະສາດ ຄື: ນິຕິກໍາຕ້ານພະຍາດໄຂ້ຍຸງລາຍ, ການສ້າງເຄືອຂ່າຍຕ້ານພະຍາດໄຂ້ຍຸງລາຍ, ການເຝົ້າລະວັງ, ການລ້ຽງປາຫາງນົກຍຸງ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການໂຄສະນາສຸຂະສຶກສາ ເພື່ອແນໃສ່ປ້ອງກັນ ແລະ ຕ້ານພະຍາດໄຂ້ຍຸງລາຍ ແບບມີສ່ວນຮ່ວມໃນຊຸມຊົນ.

ພ້ອມນີ້, ຍັງມີທິດທາງແຜນການ ແຕ່ລະໄລຍະ ເພື່ອໃຫ້ແຕ່ລະບ້ານ ນໍາໄປຈັດຕັ້ງປະຕິບັດ ເປັນຕົ້ນ ການສ້າງຂະບວນການອະນາໄມລວມພາຍໃນບ້ານ ໂດຍສະເພາະເຂດທີ່ມີຄວາມສ່ຽງ ຫຼື ມີກໍລະນີ ໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ບັນທຶກຂໍ້ມູນການທໍາລາຍແຫຼ່ງເພາະພັນຍຸງລາຍ ແລະ ສົ່ງຂໍ້ມູນໃຫ້ຂັ້ນເທິງຮັບຮູ້.