ເມືອງໄຊເສດຖາ ເຂັ້ມງວດ ຫ້າມບໍ່ໃຫ້ຂາຍເຄື່ອງຕ່າງໆຕາມແຄມທາງ

0
974

ນັບແຕ່ວັນທີ 24 ກັນຍາ 2020 ເປັນຕົ້ນໄປ, ບັນດາພໍ່ຄ້າ-ແມ່ຄ້າ ທີ່ຂາຍເຄື່ອງຕາມແຄມທາງ ຫຼື ເທີງທາງຄົນຍ່າງ (ຟຸດບາດ)  ທີ່ບໍ່ຖືກລະ ບຽບພາຍໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕ້ອງຍົກຍ້າຍ ໄປຂາຍບ່ອນທີ່ກໍານົດໃຫ້ຂາຍ, ຖ້າພົບຜູ້ໃດຫາກຍັງດື້ດ້ານ ແລະ ບໍ່ປະ ຕິບັດຕາມ ແມ່ນຈະຖືກ ດໍາເນີນຄະດີຕາມລະບຽບກົດໝາຍ ທີ່ວາງອອກຢ່າງເຂັ້ມງວດ.

ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ໃຫ້ຮູ້ວ່າ: ອິງຕາມສະພາບການເເອອັດການສັນ ຈອນ ແລະ ສະພາບຄວາມຫຍຸ້ງຍາກ ດ້ານການຄຸມຄອງສີນຄ້າ ແລະ ຄວາມເປັນລະບຽບຮຽນ ຮ້ອຍຂອງສັງຄົມ.ສະນັ້ນ, ບັນດາຜູ້ປະກອບກິດຈະການຂາຍເຄື່ອງ ໃນສະຖານທີ່ຫ້າມຂາຍ ແມ່ນໃຫ້ຢຸດເຊົາ ແລ້ວຍ້າຍໄປຂາຍຕາມສະຖານທີ່ ກຳນົດໃຫ້ຂາຍ ເປັນຕົ້ນ ໃນຕະຫຼາດ ແລະ ເຂດອະນຸຍາດເທົ່ານັ້ນ.

ຜ່ານມາ ຄະນະສະເພາະກິດ ໄດ້ລົງ​ເຮັດ​ບົດ​ບັນ​ທຶກ​ກັບ​ຜູ້ຄ້າ​ຂາຍໝາກ​ໄມ້, ໜໍ່​ໄມ້ ຕາມແຄມ​ທາງ​ໃນເຂດເມືອງໄຊເສດຖາ, ຄັ້ງທີ1 ກວດພົບຜູ້ຄ້າຂາຍ 18 ຄົນ, ຄັ້ງ​ທີ 2 ມີຈຳນວນ17 ຄົນ ລວມ​ທັງ​ໝົດ 55 ​ຄົນ, ຢຶດ​ສິນ​ຄ້າ​ ປະເພດ​ໝາກ​ແຕງ, ໜໍ່​ໄມ້ 2 ຄັ້ງ ມູນ​ຄ່າ 750.000 ກີບ , ນອກນີ້ ຍັງເຮັດ​ບົດ​ບັນ​ທຶກ​ກັບ​ຜູ້​ຂາຍ​ຊີ້ນໝູ​ ທີ່ຂາຍຢູ່ນອກຕະຫຼາດ ໃຫ້​​ເຂົ້າ​ໄປ​ຂາຍ​ໃນ​​ຕະ​ຫຼາດ ​ຈຳ​ນວນ 2 ຮ້ານ, ຫຍັບສີນຄ້າບັນດາຮ້ານທີ່ວາງຂາຍເຄື່ອງ ຕາມ​ຟຸດ​ບາດ​ ມີ 3 ຮ້ານ, ເຮັດບົດບັນທຶກກັບ ​ຜູ້​ຂາຍ​ຊີ້ນ​ໝູ ​ຢູ່ 8 ຕະ​ຫຼາດ ໄດ້ 37 ຮ້ານ ທີ່​ຂາຍ​ຊີ້ນ​ໝູ​ ປະ​ເພດ1ບໍ່ໃຫ້​ເກີນ 44.000 ກີບຕໍ່ກິໂລ, ປະ​ເພດ2 ບໍ່​ໃຫ້ເກີນ 41.000 ກີບຕໍ່ກິໂລ ແລະ ແກ້ໄຂ​ຮ້ານ​ຂາຍ​ເຂົ້າ​ປຽກຕາມແຄມທາງ.

ຈາກການປະຕິບັດວຽກງານດັ່ງກ່າວ ແມ່ນຍັງມີ​ຊາວ​ຄ້າ​ຂາຍ​ຈຳ​ນວນ​ໜຶ່ງ ​ຍັງ​ດື້​ດ້ານບໍ່​ປະ​ຕິ​ບັດ​ຕາມ​ການ​ແນະ​ນຳ, ມີ​ບາງ​ຄົນ​ເຮັດ​ບົດ​ບັນ​ທຶກ​2-3 ຄັ້ງ​ ກໍຍັງ​ບໍ່​ປະ​ຕິ​ບັດ,ການ​ໃຊ້​ມາດ​ຕະ​ການ​ປັບ​ໃໝ ​ແມ່ນບໍ່​ຍອມ​ຈ່າຍ​ເງິນ ແລະ  ​​ຢຶດ​ເອົາ​ເຄື່ອງ​ຂາຍ​ຂຶ້ນ​ມາ​ໄວ້​ຫ້ອງ​ການ ແຕ່​ບໍ່​ຍອມ​ມາ​ພົວ​ພັນ​ເອົາ ເມື່ອກາຍກຳນົດ ຕ້ອງທຳລາຍຖີ້ມ.