ວັນທີ 25 ກັນຍາ 2020, ຢູ່ທີ່ສະໂມສອນ ວິທະຍາຄານ ກົມມະດຳ ໄດ້ຈັດຕັ້ງເຜີຍແຜ່ເອກະສານກ່ຽວກັບ ການຕ້ານການສໍ້ລາດບັງຫຼວງ ຂຶ້ນຢ່າງເປັນທາງການ.

ໂດຍພາຍໃຕ້ການເປັນປະທານຂອງ ພັອ ຈັນດີ ສຸລິວົງສັກ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ພ້ອມທັງມີ ພັທ ປອ ສົມໄຫວ ແໜງໄຊຄຸນ ຫົວໜ້າຫ້ອງການເມືອງ ວິທະຍາຄານ ກົມມະດໍາ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຮັບຟັງ.

ພັທ ວົງໄຊ ຄໍາມຸງຄຸນ ຮອງຫົວໜ້າພະແນກຈັດຕັ້ງອົບຮົມກົມກວດກາ ກະຊວງປ້ອງກັນປະເທດ ໄດ້ພັດປ່ຽນກັນຂຶ້ນບັນລະຍາຍເນື້ອໃນເອກະສານດັ່ງກ່າວ ເຊິ່ງປະກອບມີ:

  • ກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ເລກທີ 27/ສພຊ ລົງວັນທີ 18 ທັນວາ 2012, ມີ 10 ໝວດ 64 ມາດຕາ
  • ດໍາລັດ ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ຍຸດທະສາດຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 02/ສພຊ ລົງວັນທີ 19 ພຶດສະພາ 2005

ເຊິ່ງການເຜີຍແຜ່ຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ອົງການລັດມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສາມາດກວດກາໄດ້ທຸກເວລາ; ພ້ອມທັງເປັນການປະກອບສ່ວນເຮັດໃຫ້ມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ ແລະ ໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸດຕິທໍາ ບົນພື້ນຖານການຮັບຮູ້ ແລະ ເຫັນໄດ້ຜົນຮ້າຍຂອງການສໍ້ລາດບັງຫຼວງ. ສະນັ້ນ, ພັກ-ລັດເຮົາຈຶ່ງໄດ້ມີຄວາມພະຍາຍາມເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ ໂດຍໄດ້ອອກມະຕິ, ກໍານົດທິດທາງນະໂຍບາຍ ແລະ ກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ເຊິ່ງຖືເປັນວຽກງານໜຶ່ງທີ່ມີຄວາມຈໍາເປັນຕ້ອງໄດ້ເຮັດຢ່າງຕໍ່ເນື່ອງ

ນອກຈາກນີ້, ຍັງເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງແນວຄິດ, ທັດສະນະຫຼັກໝັ້ນປະຕິວັດທີ່ຖືກຕ້ອງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການບໍລິຫານລັດ ປະກອບສ່ວນໃຫ້ແກ່ການຍົກສູງບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໃຫ້ສູງເດັ່ນຂຶ້ນ.

ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ທົ່ວວິທະຍາຄານຮັບຮູ້ເຊື່ອມຊຶມກໍາແໜ້ນ ບັນດາເນື້ອໃນກົດໝາຍເອກະສານດັ່ງກ່າວ ເພື່ອນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ບັນດາກົມກອງຮາກຖານ ເຮັດໃຫ້ສະພາບການສໍ້ລາດບັງຫຼວງຫຼຸດໜ້ອຍຖອຍລົງໄດ້ຢ່າງຈະແຈ້ງ.

ຂ່າວໂດຍ: ວັນນະເລັດ ລໍວັນໄຊ, ພາບໂດຍ: ຂັນທະລີ ທໍາມະວົງ