ລັດຖະມົນຕີປະຈຳ ສນຍ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕຣາລີ ຢ້ຽມຂ່ຳນັບອຳລາ

0
1200

ໃນວັນທີ 24 ກັນຍາ ທີ່ຜ່ານມາ, ທ່ານ ປອ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈຳ ສຳນັກງານນາຍົກ (ສນຍ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງ ທ່ານJean-Bernard Carrasco, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ,ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະປີ 2018-2020.

ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ສຸວັນເພັງ ບຸບຜານຸວົງ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງທ່ານ Jean-Bernard Carasco ເຊິ່ງໄດ້ປະກອບສ່ວນສ້າງ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ນັບມື້ແໜ້ນແຟ້ນ ແລະເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ ແລະ ສະແດງຄວາມຊົມເຊີຍ ຕໍ່ການອຳນວຍຄວາມສະ ດວກ, ສະໜັບສະໜູນ ແລະ ໃຫ້ຊ່ວຍເຫຼືອ ແກ່ ສປປ ລາວ ໃນຫຼາຍດ້ານ ອງທ່ານເອກອັກຄະລັດຖະທູດ ກໍຄື ລັດຖະບານ ແຫ່ງອົດສະຕຣາລີ ໃນໄລຍະຜ່ານມາ, ໂດຍສະເພາະ ການສ້າງນິຕິກຳໃນຂົງເຂດພະລັງງານ ແລະ ບໍ່ແຮ່, ການສະໜອງຂໍ້ມູນຂ່າວສານ, ການຊ່ວຍເຫຼືອທາງ​ດ້ານ ​ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ, ການ​ແກ້​ໄຂ​ບັນ​ຫາຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ, ການປະ​ກ​າດ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ້​ໄຂ​ການ​ແພ່ລະ​ບາດ​ຂອງພະຍາດໂຄວິດ-19 ແລະອື່ນໆ. ພ້ອມກັນນີ້, ກໍໄດ້ສະເໜີ ໃຫ້​ລັດຖະບານອົດສະຕຣາລີ ສືບ​ຕໍ່​ໃຫ້​ທຶນ​ການ​ສຶກ​ສາ ແລະ ແລກປ່ຽນຊາວ​ໜຸ່ມ, ນັກສຶກສາລາວ-ອົດສະຕຣາລີ ໃຫ້ຫຼາຍຂຶ້ນ. ພ້ອມທັງ ອວຍພອນ ໃຫ້ທ່ານເອກອັກຄະລັດຖະທູດ ເດີນທາງກັບປະເທດ ດ້ວຍຄວາມສະຫວັດ ດີພາບ ແລະ ສືບຕໍ່ປະຕິບັດສຳເລັດໜ້າທີ່ໃໝ່ ທີ່ຈະໄດ້ຮັບການມອບໝາຍ ໃນຕໍ່ໜ້າໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.

ໃນໂອກາດດຽວກັນ, ທ່ານເອກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີປະຈຳສຳນັກງານນາຍົກທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ລວມທັງການພົວພັນ, ການອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອ ຕະ ຫຼອດໄລຍະທີ່ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງທ່ານເອກຄະລັດຖະທູດ ເຮັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.