ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ກົມຊົນລະປະທານ

0
1250

ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມາ, ເປັນປະທານໂດຍ ສະຫາຍ ບຸນຄໍາ ສີດາວົງ ເລຂາຄະນະພັກຮາກຖານ, ຫົວໜ້າກົມຊົນລະປະທານ, ມີ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍບັນດາຄະນະພັກ, ແຂກຮັກເຊີນ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ບຸນຄໍາ ສີດາວົງ ກ່າວວ່າ: 5 ປີຜ່ານມາ (2015-2020), ຄະນະພັກຮາກຖານກົມຊົນລະປະທານ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ ແລະ ບັນດານິຕິກໍາຕ່າງໆ ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມລະດັບຄາດໝາຍເປັນຕົ້ນແມ່ນ ມະຕິ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຄັ້ງທີ VIII, ກົດລະບຽບຂອງພັກສະໄໝທີ X, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້, ກົດ ໝາຍວ່າດ້ວຍຊົນລະປະທານ, ລະບຽບການກ່ຽວກັບການຈັດຊື້-ຈັດຈ້າງ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ອົງການຈັດ ຕັ້ງມະຫາຊົນພາຍໃນກົມຊົນລະປະທານ, ຜ່ານການສຶກສາອົບຮົມເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ສະມາຊິກອົງການຈັດຕັ້ງມະຫານຊົນ ມີແນວຄິດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮູ້, ຄວາມເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ ແລະ ຕໍ່ອຸ ດົມການຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາ ຊົນ, ມີຄວາມກະຕືລືລົ້ນ ແລະ ເປັນເຈົ້າການປະຕິບັດໜ້າທີ່ການເມືອງ ກໍຄື ໜ້າທີ່ວິຊາສະເພາະ ທີ່ໄດ້ຮັບການມອບໝາຍ, ເຊິ່ງປີ 2019 ຜ່ານມາ, ສາມາດບັນລຸຕາມຄໍາຂັວນ ແລະ ຂໍ້ແຂ່ງຂັນ ທີ່ຄະນະພັກຮາກຖານ ກົມຊົນລະປະທານວາງ ໄວ້ ເຊັ່ນ: ປັບປຸງ, ຍົກລະດັບ, ຂະຫຍາຍຫັນເປັນທັນສະໄໝ ແລະ ຄຸ້ມຄອງນໍ້າໃຊ້ຊົນລະປະທານ ໂດຍປວງຊົນມີສ່ວນຮ່ວມ ແລະ ຍືນຍົງ.ໃນນັ້ນ, ສາມາດຮັບປະກັນການສະໜອງນໍ້າ ໃຫ້ແກ່ເນື້ອທີ່ການຜະລິດເຂົ້ານາປີ ແລະ ນາແຊງ ໄດ້ 373.843 ເຮັກຕາ, ລື່ນຂໍ້ແຂ່ງຂັນ ທີ່ຕັ້ງໄວ້ 18,68%.

ທິດທາງແຜນການ 5 ປີຕໍ່ໜ້າ, ຄະນະພັກຮາກຖານກົມຊົນລະປະທານ ຈະສືບຕໍ່ປັບປຸງການຈັດຕັ້ງພັກ-ກົງຈັກການຈັດ ຕັ້ງລັດໃຫ້ປອດໃສ່, ເຂັ້ມແຂງ, ໜັກແໜ້ນ ແລະ ຍົກສູງຄວາມສາມາດການນໍາພາ ເຮັດໃຫ້ທົ່ວພັກຮາກຖານພັກ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມສາມັກຄີປອງດອງສໍາເລັດທຸກໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້.ພ້ອມນັ້ນ, ສືບຕໍ່ສູ້ຊົນຍາດແຍ່ງການຊ່ວຍເຫຼືອຈາກທຸກພາກ ສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂະແໜງການ, ຮັບປະກັນການສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດ ໃນປີ 2025 ໃຫ້ໄດ້ 284.800 ເຮັກຕາ ໃນລະດູຝົນ ແລະ ລະດູແລ້ງ 170.000 ເຮັກຕາ.

ໃນກອງປະຊຸມ, ຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຮາກຖານກົມ ຊົນລະປະທານຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ , ຜ່ານການປ່ອນບັດກອງປະຊຸມປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ບຸນຄໍາ ສີດາວົງ ເປັນເລຂາ, ສະຫາຍ ປອ ຄໍາພະຈັນ ວົງຊະນະ ເປັນຮອງເລຂາ, ສະຫາຍ ນາງ ບຸນທຽນ ວົງໄກສອນ ເປັນປະ ທານກວດກາ, ສະຫາຍ ປອ ວິນວິໄລ ໄຊຍະພອນ, ສະຫາຍ ຄໍາຮູ້ ພັນທະວົງ ເປັນຄະນະພັກ ແລະ ສະຫາຍ ທອງເລີຍ ແສງອານົງ, ສະຫາຍ ວັນໄຊ ໄຊຍະສຸກ ເປັນຮອງປະທານກວດກາ.