ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເຂົ້າກວດກາທີ່ພັກເຊົາຂອງຊາຍອາຍຸ 35 ປີ ທີ່ກໍ່ເຫດຄາດຕະກໍາ ແລະ ຕັດຊິ້ນສ່ວນຮ່າງກາຍເດັກຍິງອາຍຸ 6 ປີ, ແລ້ວຕົ້້ມໃສ່ໝໍ້ ຢູ່ທີ່ບ້ານນາເລົ່າ ໃນວັນທີ 6 ຕຸລາ 2020, ຜ່ານການກວດກາໄດ້ພົບເຫັນຮ່ອງຮອຍການແຕ້ມຮູບທາງສະສາໜາ.

ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ

ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ຮູ້ວ່າ:

ເວລາປະມານ 9:00 ໂມງ ຂອງມື້ເກີດເຫດ ມີເດັກນ້ອຍຈໍານວນ 3 ຄົນ ຍິງ 1 ຄົນ ອາຍຸປະມານ 6-8 ປີ ໄດ້ພາກັນເຂົ້າໄປຫຼິ້ນ ແລະ ກິນໝາກໄມ້ (ໝາກສີດາ) ຢູ່ສວນຂອງ ທ້າວ ຕົງທໍ່ ອາຍຸ 35 ປີ ອາໄສຢູ່ທີ່ນັ້ນ.

ດ້ວຍສາເຫດນີ້ເອງ, ຈຶ່ງອາດເຮັດໃຫ້ເກີດມີອາລົມໂມໂຫໃຈຮ້າຍ, ໄດ້ຍ່າງໄປຫາເດັກນ້ອຍທັງ 3 ຄົນ ແລະ ຈັບເອົາໄມ້ຄ້ອນຕີໃສ່ງ່ອນ ນາງ ແກ້ວຊົ່ງ ອາຍຸ 6 ປີ ຈໍານວນ 2 ບາດ ເສຍຊີວິດຄາທີ່, ສ່ວນເດັກນ້ອຍ (ຊາຍ) 2 ຄົນທີ່ມານໍາກັນ ແມ່ນໄດ້ພາກັນແລ່ນໜີກັບໄປເຮືອນ ແລ້ວມາບອກພໍ່-ແມ່.

ຈາກນັ້ນ, ມີຍາດພີ່ນ້ອງ, ອໍານາດການປົກຄອງບ້ານ ຟ້າວໄປຈຸດເກີດເຫດ ແລະ ໄດ້ພົບເຫັນສົບຂອງເດັກຍິງ ຖຶືກຕັດຖຶືກແຂນທັງສອງຂ້າງເປັນທ່ອນຕົ້ມໃສ່ໝໍ້, ສ່ວນທີ່ເຫຼືອແມ່ນເອົາຜ້າຫົ່ມປົກໄວ້. ພາຍຫຼັງເກີດເຫດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ຈຶ່ງໄດ້ຈັບຕົວຜູ້ກໍ່ເຫດ ແລະ ທຸບຕີຈົນໄດ້ຮັບບາດເຈັບສົມຄວນ ກ່ອນສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ຜ່ານມາ, ຜູ້ກ່ຽວເປັນນັກຮ້ອງທີ່ມີຊື່ສຽງຂອງຊົນເຜົ່າ ພາຍຫຼັງພໍ່-ແມ່ເສຍຊີວິດ ແລະ ຜູ້ເປັນອ້າຍໄດ້ສ້າງຄອບຄົວ ຜູ້ກ່ຽວຈຶ່ງແຍກຕົວມາອາໄສຢູ່ຕູບ (ບໍ່ແອ້ມຝາ) ມີກັບໄຟ, ມີດ, ໝໍ້, ມຸ້ງ 1 ດາງ, ໝອນ ແລະ ຜ້າຫົ່ມເກົ່າຢ່າງລະຜືນຢູ່ໃນສວນພຽງລໍາພັງ ເຊິ່ງຫ່າງໄກຈາກເຮືອນຂອງປະຊາຊົນສົມຄວນ ແລະ ຜູ້ກ່ຽວອາໄສຢູ່ມາໄດ້ປະມານ 10 ປີແລ້ວ; ຜ່ານການກວດກາສະຖານທີ່ພັກເຊົາ ຍັງພົບແຜ່ນປູນທີ່ຖືກທຸບເປັນປ່ຽງ ມາຕັ້ງອ້ອມໄວ້ຂ້າງຕຽງນອນ ແລະ ມີຮ່ອງຮອຍການແຕ້ມຫຼາກຫຼາຍຮູບພາບຕາມຄວາມເຊື່ອທາງສາສະໜາໃດໜຶ່ງ.

ຢ່າງໃດກໍຕາມ, ຕໍ່ກັບເຫດການທີ່ເກີດຂຶ້ນ  ແລະ ການພົບຮ່ອງຮອຍຮູບແຕ້ມນີ້ ຈະເຊື່ອມໂຍງກັນເຫດການຄາດຕະກໍາ ຫຼື ບໍ. ເຊິ່ງຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຈະສືບສວນຢ່າງລະອຽດອີກຄັ້ງ.