ສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ລັດເຊຍ ຄົບຮອບ 60 ປີ

0
1195

ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ລັດເຊຍ ຄົບຮອບ 60 ປີ ( 7 ຕຸລາ 1960-7 ຕຸ ລາ 2020 ) ໃນວັນທີ 8 ຕຸລາ 2020, ເປັນປະທານໂດຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະ ທ່ານ ວາຣາດີເມຍ ກາຣິນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະພັນລັດເຊຍ ປະຈໍາລາວ, ມີຮອງລັດຖະມົນຕີ, ຄະນະລັດຖະມົນຕີ, ກົມໃຫຍ່, ພ້ອມດ້ວຍ ຫ້ອງວ່າການ, ກົມກອງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານການ ທູດ ເຂົ້າຮ່ວມ.

ພົອ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນກ່າວຄໍາປາໄສ ວ່າ: ການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ລັດເຊຍ ເປັນຂິດໝາຍອັນສໍາຄັນໃນປະຫວັດສາດ ເພາະໄດ້ດໍາເນີນເປັນເງື່ອນທີ່ປະເທດລາວມີ 2 ຝ່າຍ ຄື: ຝ່າຍ ຣາຊະອານາຈັກລາວ ແລະ ແນວລາວສ້າງຊາດ ເຊິ່ງມີລະບອບ ການເມືອງແຕກຕ່າງກັນ, ມີຄວາມຂັດແຍ່ງກັນໃນລະດັບສູງ. ເຖິງແມ່ນວ່າການສ້າງຕັ້ງສໍານັກງານຂອງສະຖານທູດສະຫະພາບໂຊວຽດ ຕັ້ງຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນສູນກາງການເມືອງ-ການປົກຄອງຂອງຝ່າຍຣາຊະອານາຈັກລາວກໍຕາມ, ແຕ່ການເຄື່ອນໄຫວແນວທາງການຕ່າງປະເທດຂອງອະດິດສະຫະພາບໂຊວຽດ ແມ່ນມີທ່າດີໃນທຸກດ້ານໃຫ້ແກ່ກໍາລັງປະຕິວັດ ໂດຍສະເພາະແມ່ນສະໜັບສະໜູນຝ່າຍລາວຮັກ ຊາດ ເຊິ່ງໄດ້ເປັນບ່ອນອິງພື້ນຖານສໍາຄັນເຮັດໃຫ້ການປະຕິວັດຢູ່ປະເທດລາວໄດ້ຮັບໄຊຊະນະເປັນກ້າວໆມາ.ໂດຍໄດ້ຮັບການຊ່ວຍເຫຼືອຈາກປະເທດສັງຄົມນິຍົມອ້າຍ-ນ້ອງ ໂດຍສະເພາະແມ່ນ ປະເທດອະດິດສະຫະພາບໂຊວຽດ,ກໍາລັງແຮງຂອງການຕໍ່ປະຕິວັດຢູ່ປະເທດລາວ ໄດ້ກ່າວສູ່ລະດັບສູງ ໃນທີ່ສຸດການຕໍ່ສູ້ປົດປ່ອຍຊາດ ກໍໄດ້ຮັບໄຊສະນະຢ່າງສົມບູນ ສາມາດສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນປີ 1975, ເຮັດໃຫ້ແຜນທີ່ການເມືອງຂອງໂລກ ເກີດມີປະເທດໃໝ່ ຕື່ມອີກປະເທດໜຶ່ງ ຄື: ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍດັ່ງກ້ອງກາງວານທົ່ວທຸກມູມໂລກ.

ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນ, ອະດິດສະຫະພາບໂຊວຽດ ຍັງສືບຕໍ່ປະກອບສ່ວນໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຮໍາບາດແຜສົງຄາມ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຕົ້ນແມ່ນ ໃຫ້ການຊ່ວຍເຫຼືອຟື້ນຟູພື້ນຖານໂຄງລ່າງ, ວັດຖຸພາຫະນະ-ເຕັກນິກ, ເຂື່ອນໄຟຟ້ານໍ້າຕົກ, ຂົວ-ທາງ, ດ້ານອຸດສາຫະກໍາ, ກະສິກໍາ, ການສຶກສາ, ສາທາລະນະສຸກ, ເຕັກນິກການທະຫານ ແລະອື່ນໆ.ຈົນໄດ້ກາຍເປັນສັນຍາລັກ ແຫ່ງມິດຕະພາບອັນດີງາມລະຫວ່າງປະຊາຊົນສອງຊາດ ລາວ-ລັດເຊຍ.ນອກນັ້ນ,ອັນທີ່ພົ້ນເດັ່ນ ແມ່ນ ການກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງໄດ້ສ້າງນັກວິຊາການຂັ້ນຕ່າງໆ ຈໍານວນຫຼວງຫຼາຍໃຫ້ແກ່ ສປປ ລາວ ແລະ ບັນດາອະດິດນັກສຶກ ສາທີ່ຮຽນຈົບມາແຕ່ສະຫະພາບໂຊວຽດ ກໍຄື ສ ລັດເຊຍໃນປັດຈຸບັນໄດ້ຖືກບັນຈຸຢູ່ໃນກົງຈັກການຈັດຕັ້ງລັດຖະບານ,ໃນຂະແໜງການຕ່າງໆ,ເຂົາ ເຈົ້າເຫຼົ່ານັ້ນ ໄດ້ກາຍເປັນພະນັກງານຫຼັກແຫຼ່ງໃນການຄຸ້ມຄອງລັດ, ບັນຊາເຫຼົ່າທັບ ແລະ ມີຈໍານວນບໍ່ໜ້ອຍໄດ້ກາຍເປັນພະນັກງານການນໍາຂອງບັນດາອົງການ, ກະຊວງຕ່າງໆໃນ ສປປ ລາວ ລວມທັງການນໍາກະຊວງປ້ອງກັນປະເທດນັບແຕ່ອະດິດຈົນເຖິງປັດຈຸບັນ.