ພົຕ ກົງທອງ ພົງວິຈິດ ຕ້ອນຮັບການຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ສ. ເກົາຫຼີ

0
932

ວັນທີ 19 ຕຸລາ ຜ່ານມາ, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນ ຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຊິນ ຊັງ ຊຸນ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາລາວ, ພ້ອມດ້ວຍຄະ ນະໃນໂອກາດທີ່ທ່ານສຳເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ.

ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕີລາຄາສູງໃນການເຂົ້າຢ້ຽມອຳລາໃນຄັ້ງນີ້, ຕະຫຼອດໄລຍະການປະຕິ ບັດໜ້າທີ່ຂອງທ່ານເອກອັກ ຄະລັດຖະທູດຢູ່ລາວ ແມ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເປັນຕົ້ນແມ່ນການພົວ ພັນຮ່ວມມືຮອບດ້ານຂອງ 2 ລັດຖະບານ ສ. ເກົາຫຼີ ເຮັດໃຫ້ເສດຖະກິດຂອງປະເທດລາວນັບມື້ນັບດີຂຶ້ນ ເວົ້າລວມເວົ້າສະເພາະ ກຳລັງ ປກສ ລັດຖະບານເກົາຫຼີ ກໍໄດ້ໃຫ້ການຊ່ວຍເຫຼືອ ຕະຫຼອດມາ ເປັນຕົ້ນ ແມ່ນການມອບທຶນປຸກສ້າງໂຮງໝໍ 5 ເມສາ ທັນສະໄໝ, ພ້ອມທັງອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງແພດໝໍ,ຈັດ ຕັ້ງຝຶກອົບຮົມ ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ບຸກຄະລາກອນການເເພດໃຫ້ສູງຂຶ້ນ ສາມາດປະຕິ ບັດໜ້າທີ່ໃຫ້ໄດ້ດີກວ່າເກົ່າ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານເອກອັກຄະລັດຖະທູດ ກໍຄື ລັດຖະບານ ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍ ເຫຼືອລັດຖະບານລາວ ເວົ້າລວມ ເວົ້າສະເພາະແມ່ນ ກຳລັງ ປກສ ດ້ວຍດີຕະ ຫຼອດມາ, ພ້ອມທັງ ອວຍພອນໃຫ້ທ່ານ ພ້ອມດ້ວຍຄະນະ ເດີນ ທາງກັບຄືນປະເທດ ດ້ວຍຄວາມປອດໄພ.