ນາຍົກລັດຖະມົນຕີ ລົງພື້ນທີ່ເມືອງເຊໂປນ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມ

0
891

ໃນວັນທີ 23 ຕຸລາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ຊ່ວຍເຫຼືອ ແລະໃຫ້ທິດຊີ້ນຳ ໃນການແກ້ໄຂ ແລະຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນໄລຍະວັນທີ 7-21 ຕຸລາ ນີ້.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດການເປັນຢູ່ ຂອງປະຊາຊົນບ້ານວັງຄົດທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນໍ້າຖ້ວມ ຢູ່ສູນພັກຊົ່ວຄາວຈຸດໂຮງຮຽນປະຖົມບ້ານວັງຄົດ ແລະ ໄປເບິ່ງພື້ນທີ່ບ້ານທີ່ຖືກນໍ້າໄຫຼຊຸ, ເຊິ່ງເຫັນວ່າ ບ້ານວັງຄົດ ມີ 115 ຫຼັງຄາເຮືອນ,ໃນນັ້ນ ມີ​ບ້ານ​ທີ່ຖືກນໍ້າພັດໄຫຼບໍ່ເຫຼືອຊາກ26 ຫຼັງ, ເປ່ເພເກັບກູ້ຄືນໄດ້ບາງສ່ວນ 6 ຫຼັງ, ນໍ້າຖ້ວມ ແຕ່ບໍ່ເສຍຫາຍ 77ຫຼັງ,ສ່ວນຜົນເສຍຫາຍດ້ານອື່ນ ຂອງບ້ານດັ່ງກ່າວ ມີເນື້ອທີ່ເຂົ້ານາປີ 20 ເຮັກຕາ, ສວນປູກເຂົ້າ15 ເຮັກຕາ,ສວນກ້ວຍ15 ເຮັກຕາ, ເສົາ ໄຟຟ້າ 32 ຕົ້ນ, ກົງເຕີນັບໄຟ 77 ໜ່ວຍ, ແບ້ 20 ກວ່າໂຕ, ສັດປີ 200 ກວ່າໂຕ ແລະອື່ນໆ.

 ສໍາລັບຜົນກະທົບຈາກໄພນໍ້າຖ້ວມ ໃນທົ່ວເມືອງເຊໂປນ ຄັ້ງນີ້ ມີ 47 ບ້ານ, 2.500 ກວ່າຫຼັງຄາເຮືອນ, 2.700 ກວ່າຄອບຄົວ, 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ),ປະຊາຊົນ ທີ່ຖືກອົບພະຍົກ ມີ 29 ບ້ານ, 2.000 ກວ່າ ຄອບຄົວ, 12.000 ກວ່າຄົນ, ສ່ວນຜົນເສຍຫາຍ ມີຄົນເສຍຊີວິດ 1 ຄົນ, ເຮືອນເປ່ເພ-ໄຫຼນໍ້າ 109 ຫຼັງ, ຜົນຜະ ລິດເສຍຫາຍ ນາ 1.764 ເຮັກຕາ, ສວນປູກເຂົ້າ 498 ເຮັກຕາ, ໜອງປາ 271 ໜອງ, ຄວາຍ 5 ໂຕ, ງົວ 68 ໂຕ, ແບ້ 148 ໂຕ, ໝູ 18 ໂຕ, ນອກນັ້ນ ຍັງມີເສັ້ນທາງ, ລະບົບໄຟຟ້າໃຊ້, ພື້ນຖານໂຄງລ່າງ ການສຶກສາ,ສາທາລະນະສຸກ ແລະ ອື່ນໆ, ຊຶ່ງລວມມູນຄ່າເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ.

ໃນໂອກາດດຽວກັນ, ຢູ່ສະໂມສອນໃຫຍ່ ຂອງເມືອງເຊໂປນ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳແກ່ອົງການປົກຄອງເມືອງເຊໂປນ, ຜູ້ຕາງໜ້າເມືອງພີນ, ເມືອງນອງ ແລະ ເມືອງວິລະບູລີ ໃນການແກ້ໄຂ ແລະຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຄັ້ງນີ້. ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມຮັບຜິດຊອບ, ມີຄວາມຕັດສິນໃຈ ແລະ ເສຍສະຫຼະສູງ,ມີຄວາມສມັກ ຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຢ່າງທັນການ ແລະ ໄດ້ຮັບຜົນດີພໍສົມຄວນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຜູ້ເຂົ້າຮ່ວມ ກໍຄື ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຕໍ່ບາງບັນຫາສຳຄັນ ເປັນຕົ້ນ ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ,ບໍ່ໃຫ້ຄົນບໍ່ດີສວຍໂອກາດລັກເອົາວັດຖຸສິ່ງຂອງ ຂອງປະຊາຊົນ; ສົມ ທົບກັນນຳ​ເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ໄປຊ່ວຍ ເຫຼືອ ປະຊາຊົນ ເພື່ອແກ້ໄຂສຸກເສີນ ໃຫ້ທັນການ ແລະ ທົ່ວເຖິງ; ເອົາໃຈໃສ່ເບິ່ງ ແຍງສຸຂະພາບຂອງປະຊາຊົນ ທີ່ຢູ່ໃນສູນພັກຊົ່ວຄາວ ຢ່າງໃກ້​ຊິດຕິດແທດ ເພື່ອຮັບປະກັນດ້ານສຸຂາອະນາໄມ, ປ້ອງກັນ ແລະ ປິ່ນປົວພະຍາດ ທີ່ອາດເກີດຂຶ້ນໃຫ້ທັນການ.

ໃຫ້ສືບຕໍ່ຕິດຕາມຂໍ້ມູນຂ່າວສານ ກ່ຽວກັບສະພາບດິນຟ້າອາກາດຢ່າງເປັນປົກກະຕິ ແລະ ມີແຜນຮອງຮັບກັບ​ຜົນ​ກະ​ທົບທີ່ອາດເກີດຂຶ້ນໃຫ້ດີ, ເນື່ອງຈາກບັດຈຸບັນ ຍັງຢູ່ໃນໄລຍະສ່ຽງ ທີ່ຈະເກີດມີພະຍຸພັດເຂົ້າມາອີກຮອບໃໝ່; ຄຽງ​ຄູ່​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ພາກ​ສ່ວນ​ຕ່າງໆ,ໃຫ້ສືບຕໍ່ປຸກລະດົມປະຊາຊົນ ໃຫ້ມຄວາມເປັນເຈົ້າຕົນເອງ,ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ບັນດາສູນພັກຊົ່ວຄາວ ແລະ ການຟື້ນຟູຜົນກະທົບ ໃນຕໍ່ໜ້າໃຫ້ມີການຈັດຕັ້ງນໍາພາ-ຄຸ້ມຄອງ, ມີການຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,ມີການແບ່ງຄວາມຮັບ ຜິດຊອບໃຫ້​ທຸກ​ພາກ​ສ່ວນ ແລະ ປະຊາຊົນຄັກແນ່; ສືບຕໍ່ເກັບກຳຂໍ້ມູນຜົນເສຍຫາຍ, ຄວາມຕ້ອງການອັນຈຳເປັນຂອງປະຊາຊົນໃຫ້ລະອຽດ ເພື່ອສະດວກ ແກ່ການຊ່ວຍເຫຼືອ ແລະຟື້ນຟູຜົນກະທົບໄດ້ຮັບຜົນດີ.

ນອກຈາກນັ້ນ, ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜລະບາດ ຂອງພະຍາດໂຄວິດ-19, ບໍ່ໃຫ້ມີການເຜີຕົວ ຫຼື ຖືເບົາເດັດຂາດ; ໃນສະພາບທີ່ຍັງມີການການບາດຂອງພະຍາດໂຄວິດ-19ໃນບັນດາປະເທດ, ແຜນການພັດທະນາໃນຕໍ່ໜ້າໃຫ້ເອົາໃຈໃສ່ນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະ ໂຫຍດສູງສຸດໂດຍສະເພາະ ສົ່ງເສີມປະຊາຊົນເພີ່ມພູນຜະລິດຜົນໃຫ້ເປັນຂະບວນ ການກວ້າງຂວາງ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນເປັນກ້າວ ໆ.ໃຫ້ພ້ອມກັນ ປະຢັດມັດທະຍັດໂດຍຫຼຸດຜ່ອນການພົບປະສັງສັນ, ການຈັດງານຕ່າງໆທີ່ໃຫຍ່ໂຕເກີນຄວາມຈຳ ເປັນ; ເອົາໃຈໃສ່ສຶກສາອົບຮົມ-ສັ່ງສອນລູກຫຼານ, ຊາວໜຸ່ມ-ເຍົາວະຊົນ ໃຫ້ເປັນຄົນຮູ້ຜູ້ດີ,ບໍ່ໄປພົວພັນ ຫຼື ມົ່ວສຸມສິ່ງບໍ່ດີຕ່າງໆ; ເອົາໃຈໃສ່ຄຸ້ມຄອງຄົນຕ່າງປະເທດ ໃຫ້ດີ, ພ້ອມທັງຕ້ານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ທີ່ສ້າງຄວາມປັ່ນປ່ວນໃນສັງຄົມ,ຫວັງແບ່ງແຍກ ຄວາມສາມັກຄີພາຍໃນ ຫຼື ໃສ່ຮ້າຍປ້າຍສີ,ທັບຖົມໂຈມຕີ ແລະ ຫວັງມ້າງເພລະບອບໃໝ່ຂອງພວກເຮົາ.

ການລົງພື້ນທີ່ ແລະ ຢ້ຽມຢາມປະຊາຊົນ ເມືອງເຊໂປນ ຄັ້ງນີ້,ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນສົດ ໃຫ້ເມືອງເຊໂປນ, ເມືອງພີນ,ເມືອງນອງ ແລະ ເມືອງວິລະບູລີ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ລວມທັງໝົດ 500 ລ້ານກີບ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ເມືອງເຊໂປນ ຄິດເປັນມູນຄ່າ ເກືອບ 300 ລ້ານກີບ ຕື່ມອີກ.