ປກສ ແຂວງເຊກອງ ຝຶກອົບຮົມວຽກງານເສນາທິການ

0
853

ກອງບັນຊາການ ປກສ​ ແຂວງເຊກອງເປີດເຝຶກອົບຮົມໄລຍະສັ້ນວິຊາສະເພາະ​  ວຽກງານເສນາທິການທົ່ວກອງບັນຊາການ ປກສ​ ແຂວງໃນລະຫວ່າງວັນທີ 4-6 ພະຈິກ​ 2020​, ເປັນປະທານໂດຍ ພັທ ສົມສັກ ຂັດຕິຍະວົງ​ ຮອງຫົວໜ້າກອງບັນຊາການ ປກສ​ແຂວງ,ມີບັນດາຄະນະ ພັກ, ຄະນະຫ້ອງ ແລະ​ ພະນັກງານພະແນກຄົ້ນຄົ້ວສັງລວມທົ່ວກອງບັນຊາການ ປກສ​ແຂວງເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ ຝຶກອົບຮົມມີ: ຄໍາແນະນໍາຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບກ່ຽວກັບຮູບແບບ ແລະ​ການຮ່າງເອ ກະສານທາງການ ຂອງກໍາລັງປ້ອງກັນຄວາມສະ ຫງົບ, ປຶ້ມຄູ່ມືການສ້າງນິຕິກໍາຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ,​ ປື້ມຄູ່ມືການສ້າງແຜນແມ່ບົດ,​ ແຜນປ້ອງກັນ,​ ແຜນບັນຈຸກໍາລັງ​ ແລະ​ ແຜນງົບປະມານຮັບໃຊ້ວຽກງານປ້ອງກັນກອງປະຊຸມສາກົນ,​ງານສະເຫຼີມສະ ຫຼອງໃຫຍ່ຂອງພັກ-ຂອງຊາດ,​ປື້ມຄູ່ມືວຽກງານການຄຸ້ມຄອງເອກະສານ ຂອງກໍາລັງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງວ່າດ້ວຍ ແຟ້ມ, ຊອງ​ ແລະ​ ຖົງໃສ່ຂອງຂວັນ ໃນວຽກງານປ້ອງກັນຄວາມສະຫງົບ,​ ຂໍ້ຕົກລົງກ່ຽວກັບການນໍາໃຊ້ໂປຣແກຣມຄອມພິວເຕີຄຸ້ມຄອງເອກະສານ ໃນວຽກງານປ້ອງກັນຄວາມສະຫງົບ​ ແລະ​ ບົດແນະນໍາກ່ຽວກັບການຄຸ້ມຄອງເອກະສານຕໍ່ກອງປະຊຸມວຽກງານຫ້ອງການ ທົ່ວປະເທດຄັ້ງທີ 6​ ຂອງກໍາລັງປ້ອງກັນຄວາມສະຫງົບ.​

ຜ່ານການຝຶກສາມາດສ້າງໃຫ້ພະນັກງານຜູ້ທີ່ເຮັດວຽກງານເສນາທິການເຂົ້າໃຈເຊື່ອມຊຶມເອກະ ສານທີ່ໄດ້ຮໍ່າຮຽນ ນໍາມາຜັນຂະຫຍາຍ ແລະ​ ເອກະພາບກັນໃນທຸກໆ ເອກະສານທີ່ຂັ້ນເທິງວາງໄວ້,​ ປະຕິບັດຕາມທິດທາງແຜນການຂອງຂັ້ນເທິງວາງອອກໃຫ້ບັນລຸໄດ້ຕາມລະດັບຄາດ ໝາຍ,​ ຮັບປະກັນເຮັດໃຫ້ແນວທາງຂອງພັກ-ລັດ​ກໍຄື ແນວທາງຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢູ່ຂັ້ນທອງຖິ່ນຢ່າງກວ້າງຂວາງທົ່ວເຖິງແລະ​ຈັດຕັ້ງປະຕິບັດໃຫ້ ຖືກຕ້ອງສອດຄ່ອງເພື່ອຄວາມເປັນເອກະພາບ, ຮັບປະກັນໃຫ້ແກ່ຜູ້ທີ່ເຮັດວຽກເສ ນາທິການຢູ່ ແຕ່ລະຂັ້ນໃຫ້ມີຄວາມຖືກຕ້ອງ,​ວ່ອງໄວ,​ບົນພື້ນຖານຄວາມເປັນເອກະພາບ ແລະ​ ລາຍງານທັນຕໍ່ກັບສະພາບການຕ່າງໆທີ່ເກີດ ຂຶ້ນຢູ່ຂັ້ນທ້ອງຖິ່ນທີ່ຕົນຮັບຜິດຊອບ.​