ຮອງລັດຖະມົນຕີ ກະຊວງ ປກສ ຕ້ອນຮັບການຢ້ຽມຂໍ່ານັບຂອງ ທີ່ປຶກສາທູດທະຫານປ້ອງກັນຊາດ ສປ ຈີນ ຜູ້ເກົ່າ ແລະ ຜູ້ໃໝ່

0
930

ໃນວັນທີ​ 17 ພະຈິກ​ 2020,​ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ​ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພັອ ​ເສີນ ຢົງຈິງ ທີ່ປຶກສາທູດປ້ອງກັນຊາດຜູ້ເກົ່າ ແລະ​ ພັອ ຫຼີປິ່ງ ທີ່ປຶກສາທູດທະຫານປ້ອງກັນຊາດຜູ້ໃໝ່ປະຈຳ ສປປ ລາວ, ມີຄະພັກ,​ ຄະນະນຳສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ພົຕ​ ກົງທອງ​ ພົງວິຈິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ພັອ​ ເສີນ ຢົງຈິງ​ ທີ່ປຶກສາທູດປ້ອງກັນຊາດຜູ້ເກົ່າ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ​ ​ແລະ​ ສະແດງຄວາມຍິນດີທີ່ ພັອ ຫຼີປິ່ງ ໄດ້ຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດຜູ້ໃໝ່ປະຈຳ ສປປ ລາວ​,ໃນນາມກະຊວງ ປກສ​ ສະແດງຄວາມຂອບໃຈ ມາຍັງທີ່ປຶກສາທູດຜູ້ເກົ່າ ທີ່ໃຫ້ການຮ່ວມມືຊ່ວຍເຫຼືອດ້ານວຽກງານຕ່າງໆ ໃນໄລຍະຜ່ານມາໃຫ້ມີຜົນສຳເລັດສາມາດຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ​ຫວັງຢ່າງຍິ່ງວ່າທູດທີ່ປຶກສາຜູ້ໃໝ່ຈະສືບຕໍ່ຮັກສາມູນເຊື້ອໃຫ້ການຮ່ວມມືໃນດ້ານວກງານຕ່າງໆລະຫວ່າງກະຊວງປກສ ແລະ​ ຫ້ອງການທູດທະຫານ ສປ​ຈີນ​ ປະຈຳລາວ ສືບຕໍ່ປະຕິບັດວຽກງານທີ່ສອງລັດຖະບານລາວ-ຈີນທີ່ໄດ້ລົງນາມໃນບັນດາໂຄງການຕ່າງໆໃຫ້ມີຜົນສຳເລັດຮັບປະກັນຄວາມສະຫງົບປອດໄພ.

ພັອ ​ເສີນ ຢົງຈິງ ກໍໄດ້ກ່າວຄວາມຂອບໃຈມາຍັງຄະນະພັກຄະນະນຳ ກະຊວງ ປກສ ທີ່ໃຫ້ການຮ່ວມມື ແລະສະໜັບສະໜູນການຈັດຕັ້ງປະຕິ ບັດວຽກງານໃນໄລຍະຜ່ານມາ ແລະ ໃຫ້ບັນລຸຈຸດປະສົງ,ເປົ້າໝາຍທີ່ວ່າງໄວ້ ໃນຕໍ່ໜ້າຫວັງວ່າກະຊວງປກສ ຈະໃຫ້ການສະໜັບສະໜູນແລະໃຫ້ການຮ່ວມມືທີ່ປຶກສາທູດປ້ອງກັນຊາດຜູ້ໃໝ່ ພ້ອມກັນເພີ່ມທະວີການຮ່ວມມືໃຫ້ມີຄວາມໜັກແໜ້ນມີປະສິດທິພາບ ແລະ ປະສິດທິຜົນດີ​ຂຶ້ນ​ເລື້ອຍໆ.