ພິທີມອບ-ຮັບໂຄງການກໍ່ສ້າງຫໍພັກພະນັກງານໂສດ ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ລະຫວ່າງ ບໍລິສັດ ພີເຄເອັສ (PKS) ກໍ່ສ້າງ ຈໍາກັດຜູ້ດຽວ ກັບກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນວັນທີ 12 ພະຈິກ 2020; ເຂົ້າຮ່ວມໂດຍ ພັອ ຄໍາ ແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງໆແກ່ນທ້າວ; ມີຕາງໜ້າກອງກໍ່ສ້າງ ກົມໃຫຍ່ພະລາທິການ ປກສ, ຜູ້ອໍານວຍການບໍລິສັດພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວ, ແຂກຮັບເຊີນ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ພັທ ສະເຫວີຍ ແສງອາພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ ກ່າວວ່າ: ໂຄງການກໍ່ສ້າງຫໍພັກພະນັກງານໂສດຂອງກອງບັນຊາການ ປກສ ເມືອງແກ່ນທ້າວ ແມ່ນໂຄງການລົງທືນຂອງລັດ ສ້າງຂຶ້ນໃກ້ກັບຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ຕັ້ງຢູ່ບ້ານທ້າວແກ່ນເມືອງ ເພື່ອເປັນບ່ອນພັກເຊົາຂອງພະນັກງານໂສດ; ໂຄງການດັ່ງກ່າວເປັນອາຄານຊັ້ນດຽວ, ຂະໜາດຍາວ 16 ແມັດ, ກວ້າງ 8 ແມັດ, ເຄິ່ງເປັນອາຄານເບຕົງເສີມເຫຼັກ, ມຸງດ້ວຍກະເບື້ອງ, ປະກອບມີ 2 ຫ້ອງ ນອນ, 3 ຫ້ອງນໍ້າ, ຕິດຕັ້ງໄຟຟ້າ ແລະ ນໍ້າປະປາຄົບຊຸດ, ມຸນຄ່າກໍ່ສ້າງທັງໝົດ 528.900.000 ກີບ; ໃນນີ້, ທຶນສົມທົບຂອງກົມກອງ 199.357.000 ກີບ ແລະ ທຶນດັດແກ້ໜ້າວຽກທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ໜ້າວຽກທີ່ກອງບັນຊາການ ປກສ ແຂວງ ສະເໜີດັດແກ້ຕໍ່ຫ້ອງການກອງບັນຊາການ ປກສ ເມືອງ ມຸນຄ່າ 329.500.000 ກວ່າກີບ; ໂດຍແມ່ນບໍລິສັດ ພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ກໍານົດເວລາກໍ່ສ້າງ 90 ວັນ ໂດຍໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກັນຍາ 2020 ແລ້ວກ່ອນກໍານົດ 10 ວັນ, ມາຮອດປັດຈຸ ບັນແມ່ນສໍາເລັດ 100%.

ຈາກນັ້ນ, ກໍໄດ້ຈັດພິທີມອບ-ຮັບລະຫວ່າງ ທ່ານ ພອນແກ້ວ ສອນມີໄຊ ຜູ້ອໍານວຍການບໍລິສັດພີເຄເອັສ (PKS) ກໍ່ສ້າງຈໍາກັດຜູ້ດຽວ ແລະ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງໆແກ່ນທ້າວ, ພ້ອມດ້ວຍແຂກເຂົ້າຮ່ວມເປັນສັກຂີພະຍານ.