ນາງ ເນືອງ ຊອກຫາຂໍ້ມູນ ແລະ ເບີໂທລະສັບຂອງຜູ້ທີ່ລົງຂໍ້ມູນກ່ຽວກັບການຂາຍທີ່ດິນ ຈາກນັ້ນກໍໄດ້ໂທຫາເພື່ອຖາມຊື້, ສ່ວນ ທ້າວ ລິ້ງ ເຮັດໜ້າທີ່ຕົວະເປັນ ຜູ້ອຳນວຍການ ບໍລິສັດຫວຍ ທີ່ກຳລັງຊອກຫາຊື້ທີ່ດິນ ແລະ ແນະນຳໃຫ້ພວກເຂົາຊື້ເລກຕາມຕົນເອງບອກ ແລະ ເມື່ອຊື້ເລກຖືກ ພວກກ່ຽວໄດ້ຮຽກຮ້ອງໃຫ້ໂອນເງິນມາໃຫ້ ໃນຈຳນວນເງິນທີ່ໄດ້ຕົກລົງກັນໄວ້, ແຕ່ເມື່ອພວກເຂົາຊື້ແລ້ວບໍ່ຖືກ, ທ້າວ ລິ້ງ ໄດ້ປິດໂທລະສັບ ຫຼື ບໍ່ຮັບສາຍຂອງເປົ້າໝາຍດັ່ງກ່າວນັ້ນອີກ. ສ່ວນເງິນທີ່ຖືກໂອນເຂົ້າບັນຊີແລ້ວ, ນາງ ເນືອງ ກໍແບ່ງປັນໃຫ້ ນາງ ຢຸງ 10% ໂດຍຜູ້ກ່ຽວຈະຂໍໃຫ້ ນາງ ຢຸງ ໂອນເຂົ້າບັນຊີຂອງຕົນ ກ່ອນຈະນຳມາແບ່ງເຄິ່ງກັບອ້າຍເຂີຍ.

ດ້ວຍບັນດາຮູບແບບການເຄື່ອນໄຫວຂ້າງເທິງ, ທ້າວ ລິ້ງ ແລະ ນາງ ເນືອງ ໄດ້ລົງມືຕົ້ມຕຸນເປົ້າໝາຍໃນທ້ອງຖິ່ນອີກ 2 ຄົນ ຢູ່ເຂດໂອໂມນ ແລະ ເຂດນິ້ງກ່ຽວ ໄດ້ເງິນ 185 ລ້ານ. ເຊິ່ງທາງຕຳຫຼວດ ຍັງສາມາດກວດພົບອີກວ່າ ທ້າວ ລິ້ງ ແລະ ນາງ ເນືອງ ຍັງໄດ້ຮ່ວມມືກັບ ນ່າບ່າວ ຊື່ ທ້າວ ເລ້ວັນເມື່ອຍ (ເກີດປີ 1968, ເປັນອ້າຍຂອງ ທ້າວ ໂມດ) ແລະ ທ້າວ ໂງ້ກັວກຮຸ່ງ (ເກີດປີ 1967, ຢູ່ຕາແສງຮວ່າແຄັງ ແຂວງຕ່ຽນຢ້າງ) ເຊິ່ງພວກກ່ຽວໄດ້ຮ່ວມຫົວກັນ ເຄື່ອນໄຫວຕົ້ມຕຸນອື່ນໆອີກຫຼາຍຢ່າງ.

ຫຼັງຈາກຈັບກຸມ ທ້າວ ລິ້ງ ແລະ ນາງ ເນືອງ ໄດ້ໃນເມືອງເກິ່ນເທີ, ພະແນກຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນເກິ່ນເທີ ໄດ້ປະສານງານກັບ ຕຳຫຼວດແຂວງຕ່ຽນຢ້າງ ແລະ ເບນແຈ້ ເພື່ອເຂົ້າຈັບກຸມ ທ້າວ ເມື່ອຍ, ທ້າວ ໂມດ ແລະ ທ້າວ ຮຸ່ງ. ໃນວັນທີ 13 ເດືອນກັນຍາ 2020, ທ້າວ ຮຸ່ງ ຖືກເຈົ້າໜ້າທີ່ຈັບ ໃນຂະນະທີ່ເອົາຕົວຫຼົບໜີຢູ່ແຂວງເບັນແຈ້. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ເມືອງຕຽນຢ້າງ ໄດ້ນຳສົ່ງເປົ້າໝາຍທັງ 3 ຄົນ ໄປຍັງ ກອງບັນຊາການຕຳຫຼວດແຂວງ ເພື່ອສືບຕໍ່ດຳເນີນຕາມກົດໝາຍ.

ຕາມການສືບສວນໃນເບື້ອງຕົ້ນ, ພວກກ່ຽວທັງ 3 ຄົນ ສາລະພາບວ່າ: ໄດ້ຮ່ວມກັນກໍ່ເຫດຕົ້ມຕຸນ 4 ຄັ້ງ, ໄດ້ຮັບເງິນປະມານ 1,4 ຕື້ດົ່ງ. ນອກຈາກນີ້, ກຸ່ມແກ້ງນີ້ ຍັງໄດ້ເຄື່ອນໄຫວຕົວະແລ່ນເອກະສານເອົາຍາດພີ່ນ້ອງ ຫຼື ຄົນຮູ້ຈັກໄປຮຽນ ຫຼື ເຮັດວຽກຢູ່ບໍລິສັດຫວຍ ໂດຍອ້າງວ່າມີເງິນເດືອນສູງ ເລີ່ມຕົ້ນແຕ່ 16 ລ້ານ ເຖິງ 100 ລ້ານດົ່ງຕໍ່ເດືອນ; ພວກກ່ຽວເມື່ອຊອກໄດ້ເຫຍື່ອແລ້ວ ຈະຮຽກຮ້ອງຂໍໃຫ້ພວກເຂົາໂອນເງິນຈຳນວນໜຶ່ງເຂົ້າບັນຊີເພື່ອມັດຈຳ, ຫຼັງຈາກໄດ້ເງິນແລ້ວກໍປິດໂທລະສັບ ແລະ ຜູ້ຖືກເຄາະຮ້າຍ ກໍບໍ່ສາມາດຕິດຕໍ່ຫາພວກກ່ຽວໄດ້.

ອີງຕາມເຈົ້າໜ້າທີ່ຕໍາຫຼວດເມືອງເກິ່ນເທີ, ກຸ່ມສໍ້ໂກງຊັບຈະພະຍາຍາມຊອກຫາເບີໂທລະສັບຂອງບຸກຄົນທີ່ຕ້ອງການຂາຍດິນ ຫຼື ເຮືອນ ໂດຍມີຫຼາຍກໍລະນີທີ່ແຕກຕ່າງກັນ. ພວກເຂົາໄດ້ຕິດຕໍ່ແລ້ວຖາມຊື້ດິນ-ເຮືອນ ຕາມການປະກາດຂາຍນັ້ນ ເມື່ອໄດ້ຮັບການຕອບຮັບຈາກເຈົ້າຂອງຊັບ ພວກເຂົາກໍກ້າວເຂົ້າສູ່ວິທີການຕົ້ມຕຸນ; ເຊິ່ງເບື້ອງຕົ້ນ ພວກເຂົາໄດ້ສ້າງຄວາມເຊື່ອໃຈດ້ວຍການແນະນຳຕົວເອງວ່າ ເຮັດວຽກຢູ່ບັນດາບໍລິສັດຫວຍຂອງແຂວງ, ນະຄອນ ເຊັ່ນ: ນະຄອນເກິ່ນເທີ, ເຫົ້າຢ້າງ, ຊັອກຈັງ ແລະ ແຂວງອື່ນໆໃກ້ຄຽງ.

ທຸກໆມື້, ພວກເຂົາໄດ້ໂທລະສັບຫາປະຊາຊົນຕາມເບີທີ່ລົງໄວ້ໃນໂຄສະນາ ແລ້ວບອກເລກເພື່ອໃຫ້ທຸກຄົນໄດ້ຊື້; ສະນັ້ນ, ອັດຕາການຊື້ຖືກຕາມເລກທີ່ຜູ້ກ່ຽວບອກແມ່ນສູງ, ເມື່ອມີຜູ້ຊື້ຖືກ ພວກກ່ຽວຈະຕິດຕໍ່ກັບໄປ ແລ້ວແນະນຳໃຫ້ຊື້ໃນມູນຄ່າຫຼາຍກວ່າເກົ່າ ແລະ ພວກເຂົາຍົກຂໍ້ສະເໜີຕໍ່ຜູ້ຊື້ຫວຍນັ້ນ ຖ້າຢາກຮ່ວມມືກັນໄລຍະຍາວ, ພວກເຂົາຕ້ອງຝາກເງິນກັບບໍລິສັດເພື່ອສ້າງຄວາມໝັ້ນໃຈ; ເມື່ອເຖິງຍາມໃດທີ່ບໍ່ຕ້ອງການຮ່ວມມືກັບບໍລິສັດ, ບໍລິສັດຈະສົ່ງເງິນທີ່ຝາກໄວ້ຄືນໃຫ້ທັງໝົດ. ຈາກນັ້ນ, ພວກເຂົາສືບຕໍ່ໃຫ້ເລກໄປເລື້ອຍໆ ຈົນກວ່າສັງເກດເບິ່ງການຊື້ຫຼາຍຄັ້ງຫຼາຍງວດບໍ່ຖືກ, ກຸ່ມສໍ້ໂກງດັ່ງກ່າວຈະປິດໂທລະສັບ ແລະ ຫອບເອົາເງິນທີ່ຜູ້ເຄາະຮ້າຍມາຝາກໄວ້ກັບພວກເຂົານັ້ນຫງຽບຫາຍໄປ.

ດ້ວຍບັນດາຮູບແບບວິທີການຂອງ ກຸ່ມເຄື່ອນໄຫວຕົ້ມຕຸນຊັບ ທີ່ກ່າວຂ້າງເທິງ, ກຸ່ມສໍ້ໂກງໄດ້ເຄື່ອນໄຫວຕົ້ມຕຸນຊັບພົນລະເມືອງສຳເລັດ 15 ເລື່ອງ ໄດ້ເງິນ 4 ຕື້ກວ່າດົ່ງ ຂອງປະຊາຊົນໃນ 9 ແຂວງ ເຊັ່ນ: ແຂວງເຕິ້ຍນິງ, ດົງນາຍ, ບ່າເຣ່ຍ, ຫວຸງເຕົ່າ, ນະຄອນໂຮ່ຈີມິນ, ຕ່ຽນຢ້າງ, ກ້ຽນຢ້າງ, ດົງທາບ, ຈ່າວິ້ງ ແລະ ນະຄອນເກິ່ນເທີ.

ອີງຕາມການໃຫ້ຮູ້ຂອງ ເຈົ້າໜ້າທີ່ຕຳຫຼວດ ເມືອງເກິ່ນເທີ ວ່າ:

ການຂຶ້ນແຜນ ແລະ ການລົງມືຕໍ່ສູ້ມ້າງລາຍຄະດີດັ່ງກ່າວ ໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ສັບສົນຫຼາຍຢ່າງ ເພາະກຸ່ມສໍ້ໂກງຊັບສິນ ໄດ້ແຈກຢາຍກັນຢູ່ຫຼາຍແຂວງ ແລະ ເມືອງຕ່າງໆມາດົນແລ້ວ.

ພວກເຂົາໄດ້ແບ່ງອອກເປັນກຸ່ມນ້ອຍຫຼາຍກຸ່ມ ທີ່ມີຄວາມສຳພັນໃກ້ຊິດ, ພວກກ່ຽວນຳໃຊ້ບັດປະຈຳຕົວປອມ ເພື່ອເປີດບັນຊີທະນາຄານ. ໃນຂະນະທີ່ ຜູ້ເຄາະຮ້າຍທີ່ຖືກຫຼອກລວງແຕ່ບໍ່ກ້າລາຍງານຕໍ່ອົງການຕຳຫຼວດ ເພາະວ່າການຫຼິ້ນການພະນັນໂດຍການຊື້ເລກ ແມ່ນຜິດກົດໝາຍ.

ເຖິງຢ່າງໃດກໍຕາມ, ດ້ວຍການຊີ້ນຳຢ່າງຈິງຈັງຂອງ ຫົວໜ້າກອງບັນຊາການຕຳຫຼວດ ນະຄອນເກິ່ນເທີ ແລະ ຄວາມເອົາໃຈໃສ່ພະຍາຍາມຂອງ ຄະນະຮັບຜິດຊອບມ້າງລາຍຄະດີ ຈຶ່ງສາມາດຕິດຕາມຈັບຕົວກຸ່ມແກ້ງຕົ້ມຕຸນນີ້ໄດ້ທັງໝົດ ເຊິ່ງສາມາດຈັບຜູ້ຖືກສົງໄສ 8 ຄົນ.

ໜ່ວຍງານສືບສວນ ໄດ້ດຳເນີນການກັກຕົວ ແລະ ສືບສວນ-ສອບສວນຜູ້ຖືກຫາທັງ 8 ຄົນ ໃນກຸ່ມແກ້ງສໍ້ໂກງນີ້ ເພື່ອປະກອບສຳນວນຄະດີ ສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ.