ທຸກໆຄັ້ງທີ່ຜູ້ປະສົບເຄາະຮ້າຍໂອນເງິນ, ທ້າວ ຕວັນ ຈະຂໍໃຫ້ ນາງ ເລ້ຫວຽດຢຸງ (ເກີດປີ 1964, ຢູ່ຄຸ້ມແລັກຊອຍ, ນະຄອນແລັກຊາ, ແຂວງກ້ຽນຊາງ) ແລະ ນາງ ເຈິ່ນທິຫງັອດ (ເກີດປີ 1980, ຢູ່ຄຸ້ມຫວິງກວ້າງ, ເມືອງ ແລະ ແຂວງດຽວກັນ) ຊ່ວຍໃນການຖອນເງິນ; ໂດຍ ທ້າວ ຕວັນ ໄດ້ເອົາເລກບັນຊີຂອງ 2 ຄົນດັ່ງກ່າວນີ້ໃຫ້ ແລະ ຂໍໃຫ້ຜູ້ຖືກເຄາະຮ້າຍໂອນເງິນເຂົ້າ. ເມື່ອເຮັດການໂອນເງິນເຂົ້າບັນຊີ ຜູ້ຖືກເຄາະຮ້າຍຈະລາຍງານໃຫ້ຜູ້ກ່ຽວຮູ້ ຈາກນັ້ນຍິງທັງ 2 ຄົນນີ້ ຈະຖອນຈຳນວນເງິນທີ່ຖືກໂອນເຂົ້ານັ້ນອອກທັງໝົດ ແລ້ວເອົາມາໃຫ້ ທ້າວ ຕວັນ, ຈາກນັ້ນ ທ້າວ ຕວັນ ຈະແບ່ງປັນເງິນ 10% ຂອງຈຳນວນທີ່ໄດ້ມາໃຫ້ຍິງທັງ 2 ຄົນ.

ຜ່ານການສືບຫາ ແລະ ຕິດຕາມເປົ້າໝາຍ, ເຈົ້າໜ້າທີ່ຕຳຫຼວດ ເມືອງເກິ່ນເທີ ໄດ້ຕິດຕາມຈັບຕົວພວກກ່ຽວທັງ 3 ຄົນ ມາດຳເນີນຄະດີຕາມກົດໝາຍ.

ຢູ່ທີ່ເຈົ້າໜ້າທີ່ສອບສວນ, ນາງ ຫງັອດ ເຊິ່ງຜູ້ກ່ຽວໄດ້ສາລະພາບວ່າ: ໄດ້ຮູ້ຈັກ ທ້າວ ຕວັນ ໃນປີ 2017, ໃນເວລາທີ່ພວກເຂົາທັງ 2 ອາໄສຢູ່ຫ້ອງເຊົ່າໃນເມືອງຝູເຖາະ. ນາງ ຫງັອດ ຮູ້ດີວ່າ ທ້າວ ຕວັນ ຊ່ຽວຊານໃນການເວົ້າວ່າແບບຕົ້ມຕຸນເອົາຊັບຄົນອື່ນເປັນຢ່າງດີ, ແຕ່ກໍຍັງໃຫ້ການຊ່ວຍເຫຼືອໃນການກະທຳຄວາມຜິດ ເພື່ອໃຫ້ຕົນມີສ່ວນແບ່ງຈາກຈຳນວນເງິນທີ່ ທ້າວ ຕວັນ ຕົ້ມຕຸນມາໄດ້.

ຕາມການໃຫ້ການຂອງ ທ້າວ ຕວັນ ໃຫ້ຮູ້ວ່າ: ທຸກໆຄັ້ງທີ່ຜູ້ກ່ຽວເລືອກຜູ້ຖືກເຄາະຮ້າຍ, ຜູ້ກ່ຽວໄດ້ປອມເປັນ 2 ຄົນ, ໂດຍ ທ້າວ ຕວັນ ຈະໃຊ້ໂທລະສັບເບີໜຶ່ງປອມເປັນ ຜູ້ຊື້ທີ່ດິນ, ອີກເບີໜຶ່ງທຳທ່າວ່າເປັນ ຜູ້ອຳນວຍການ ບໍລິສັດຫວຍພັດທະນາ.

ທ້າວ ຕວັນ ໄດ້ຕົວະ ນາງ T.T.C.T.  (ເກີດປີ 1982, ຢູ່ເມືອງນິ້ງກ່ຽວ), ຕໍ່ເປົ້າໝາຍນີ້ ຜູ້ກ່ຽວຕົ້ມຕຸນໄດ້ເງິນ 200 ລ້ານດົ່ງ ແລະ ຍັງຕົ້ມຕຸນຊັບ ທ້າວ T.T.T. (ເກີດປີ 1985, ຢູ່ເມືອງນິງກ່ຽວ) ໄດ້ເງິນຈຳນວນ 400 ລ້ານດົ່ງ. ຜູ້ຖືກເຄາະຮ້າຍທັງ 2 ຄົນນີ້ ໄດ້ໂອນເງິນເຂົ້າບັນຊີຂອງ ນາງ ຫງັອດ ແລະ ນາງ ຢຸງ, ເມື່ອໄດ້ຮັບການລາຍງານຈາກຜູ້ຖືກເຄາະຮ້າຍວ່າໂອນເງິນສຳເລັດ ທ້າວ ຕວັນ ຈະບອກໃຫ້ເຈົ້າຂອງບັນຊີທັງ 2 ຄົນນີ້ ໄປຖອນເອົາເງິນອອກ, ເງິນທີ່ໄດ້ມາຈາກການຕົ້ມຕຸນນີ້ ທ້າວ ຕວັນ ນຳມາຊື້ລົດຈັກຮອດດາ SH, ໃຊ້ຈ່າຍຫຼິ້ນການພະນັນ ແລະ ໃຊ້ຈ່າຍສ່ວນຕົວ.

ຜ່ານການສືບສວນ-ສອບສວນ, ເຈົ້າໜ້າທີ່ຕຳຫຼວດ ໄດ້ຄົ້ນພົບວ່າ: ຄົນກຸ່ມນີ້ຍັງກໍ່ເຫດສໍ້ໂກງຊັບປະຊາຊົນອີກ 2 ຄັ້ງ ຢູ່ແຂວງເຕີ້ຍນິງ, ຄັ້ງນີ້ພວກກ່ຽວໄດ້ເງິນເກືອບ 900 ລ້ານດົ່ງ, ຜູ້ເສຍຫາຍຄື ທ້າວ T.T.N. (ເກີດໃນປີ 1974) ແລະ ທ້າວ T.T.M.L (ເກີດປີ 1974, ອາໄສຢູ່ໃນແຂວງໄຕນິງ) ທັງ 2 ໄດ້ລົງຂໍ້ມູນກ່ຽວກັບການຂາຍທີ່ດິນທາງອິນເຕີເນັດ ເຊິ່ງຕົກເປັນເຫຍື່ອໃຫ້ກັບ ແກ້ງຕົ້ມຕຸນຂອງ ທ້າວ ຕວັນ.

ພວກກ່ຽວໄດ້ຮຽກຮ້ອງຂໍຂໍ້ມູນກ່ຽວກັບ ການເຮັດທຸລະກຳ, ເຊິ່ງ ນາງ ຫງັອດ ເປັນຜູ້ໂທຫາເປົ້າໝາຍທັງ 2 ຄົນ ໂດຍກົງ ພ້ອມທັງອ້າງວ່າເປັນພະນັກງານ ແລະ ເປັນອຳນວຍການບໍລິສັດຫວຍຂອງແຂວງຕ່າງໆ, ຈາກນັ້ນແມ່ນຊັກຊວນເປົ້າໝາຍເຂົ້າຮ່ວມເປັນຫຸ້ນສ່ວນໃນການລົງທຶນ ຫຼື ຊື້ເລກ.

ຜູ້ເຄາະຮ້າຍທັງ 2 ຄົນ ເຊື່ອໃນຄຳເວົ້າຂອງກຸ່ມແກ້ງດັ່ງກ່າວ. ດັ່ງນັ້ນ, ພວກເຂົາຈຶ່ງຕົກລົງປະກອບສ່ວນລົງທຶນ ເພາະຫວັງຈະໄດ້ເປັນຫຸ້ນສ່ວນຂອງສາຂາຫວຍ. ຈາກນັ້ນ, ນາງ ຢຸງ ແລະ ນາງ ຫງັອດ ໄດ້ເອົາເລກບັນຊີໃຫ້ຜູ້ຖືກເຄາະຮ້າຍເພື່ອໂອນເງິນເຂົ້າ, ເຊິ່ງ ທ້າວ N ໄດ້ໂອນເງິນໃຫ້ພວກກ່ຽວ 270 ລ້ານດົ່ງ ແລະ ທ້າວ L ໂອນໃຫ້ພວກກ່ຽວ 610 ລ້ານດົ່ງ ຫຼັງຈາກປະກອບເອກະສານແລ້ວ.

ໃນວັນທີ 20 ກັນຍາ 2020, ພະແນກຕຳຫຼວດສືບສວນ-ສອບສວນ ກອງບັນຊາການຕຳຫຼວດ ແຂວງເຕີ້ຍນິ້ງ ໄດ້ດຳເນີນຄະດີກັບ ນາງ ຢຸງ ແລະ ນາງ ຫງັອດ ໃນສະຖານຕົ້ມຕຸນຊັບພົນລະເມືອງ.

ນອກຈາກກຸ່ມທີ່ນຳພາໂດຍ ທ້າວ ຕວັນ ແລ້ວ, ຕຳຫຼວດນະຄອນເກິ່ນເທີ ກໍໄດ້ພົບເຫັນກຸ່ມສໍ້ໂກງອີກຫຼາຍກຸ່ມ ທີ່ກຳລັງດຳເນີນການດ້ວຍວິທີການທີ່ຄ້າຍຄືກັນນີ້; ເຊິ່ງ ນາງ ຢຸງ ບໍ່ພຽງແຕ່ຮ່ວມມືກັບ ທ້າວ ຕວັນ ຖອນເງິນທີ່ສໍ້ໂກງມາໄດ້, ແຕ່ຍັງໄດ້ຖອນເງິນຊ່ວຍ ນາງ ເຈິ່ນທິໝີ ເນືອງ (ເກີດປີ 1984) ແລະ ນ້ອງຊາຍຂອງ ນາງ ເນືອງ ຊື່ ທ້າວ ໂງວູລິ້ງ (ເກີດໃນປີ 1989, ທັງ 2 ອາໄສຢູ່ຄຸ້ມເທີຍລັອງ, ເມືອງເກິ່ນເທີ).

ຕາມການໃຫ້ການຕໍ່ເຈົ້າໜ້າທີ່ ຂອງ ນາງ ຢຸງ ວ່າ: ນາງ ເນືອງ ຄົນນີ້ແມ່ນຂ້ອນຂ້າງໃກ້ຊິດກັບ ທ້າວ ເລ້ວັນເມື່ອຍໂມດ (ເກີດໃນປີ 1969, ຢູ່ຕາແສງເທີ່ຍແທ້ງ, ເມືອງເທີຍລາຍ, ນະຄອນເກິ່ນເທີ), ໂດຍ ທ້າວ ໂມດ ແມ່ນນ່າບ່າວຂອງ ນາງ ເນືອງ; ຕໍ່ມາ ເຈົ້າໜ້າທີ່ ຍັງສືບຮູ້ວ່າ: ເປັນຜູ້ນຳໃນກຸ່ມຕົ້ມຕຸນ, ເຊິ່ງປົກກະຕິແລ້ວ ນາງ ຢຸງ ມັກໄປຫຼິ້ນທີ່ເຮືອນຂອງ ທ້າວ ໂມດ ແລະ ນາງ ເນືອງ ປະຈຳ.

ນາງ ຢຸງ ພົວພັນກັບ ທ້າວ ໂມດ ເຄື່ອນໄຫວກໍ່ເຫດຕົ້ມຕຸນຊັບສຳເລັດມາແລ້ວຫຼາຍຄັ້ງ, ຮູບແບບການເຄື່ອນໄຫວແມ່ນຕົວະວ່າ ເປັນນາຍໜ້າຊື້-ຂາຍອະສັງຫາລິມະສັບ ແລະ ເປັນພະນັກງານຂອງບໍລິສັດຫວຍ. ຫຼັງຈາກນັ້ນ, ທ້າວ ໂມດ ໄດ້ແນະນຳວິທີການຕົ້ມຕຸນໃຫ້ກັບຫຼານເຂີຍ ຊື່ ທ້າວ ລິ້ງ, ແຕ່ ທ້າວ ລິ້ງ ບໍ່ໄດ້ເຂົ້າຮ່ວມເຄືອຂ່າຍດຽວກັບຜູ້ກ່ຽວ, ແຕ່ໄດ້ແຍກເຄື່ອນໄຫວເອງ ໂດຍຊັກຊວນເອົາປ້າ (ເອື້ອຍເມຍ) ເຂົ້າຮ່ວມໃນການເຄື່ອນໄຫວຕົ້ມຕຸນຊັບ ເພື່ອໃຫ້ມີເງິນໃຊ້ຈ່າຍປະຈຳວັນ ແລະ ຊຳລະໜີ້ສິນທີ່ສ້າງໄວ້.