ປກສ ແຂວງສະຫວັນນະເຂດ ກຽມພ້ອມປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ

0
905

ໃນວັນທີ 17 ພະຈິກ 2020 ຢູ່ທີ່ເດີ່ນໂຮງຮຽນ ປກສ ຊັ້ນສູງເລກ III ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີເຜີຍແຜ່ແຜນປ້ອງກັນ ແລະ ມອບຄວາມຮັບຜິດຊອບກຽມພ້ອມປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ IX ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້; ເຂົ້າຮ່ວມໃນພິທີມີ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນຊາພະນັກງານ-ນັກ ຮົບຂອງບັນດາຫ້ອງ, ປກສ ນະຄອນໄກສອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັທ ໄຊພອນ ພວງດວງບຸດດີ ຫົວໜ້າຫ້ອງການກອງບັນຊາການ ໄດ້ຜ່ານແຜນປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ເພື່ອຮັບປະກັນຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽນຮ້ອຍໃນກອງປະຊຸມໃຫຍ່ ກໍຄືການນຳຂັ້ນສູງ ແລະ ຄະນະຜູ້ແທນກອງປະຊຸມໃຫ້ປອດໄພ 100%;

ມີການກຳນົດຍຸດທະສາດ ແລະ ກຳນົດເປົ້າໝາຍການ ເຮັດໜ້າທີ່ປ້ອງກັນ, ຄາດກະສະພາບການອາດເກີດຂຶ້ນ, ຜ່ານແຜນການບັນຈຸກຳລັງຈະລາຈອນເປີດທາງ, ລົດປ້ອງກັນອັດທ້າຍລົດຈັກວິຊາສະເພາະ, ອັດແຍກຕາມເສັ້ນທາງ, ລະບາຍການສັນຈອນ, ຈັດສັນບໍລິເວນສະຖານທີ່ປະຊຸມ, ຈຸດສຳຄັນຕ່າງໆພາຍໃນແຂວງ, ສັບຊ້ອນກຳລັງປ້ອງກັນສະຖານທີ່ພັກເຊົາການນຳຂັ້ນສູງ, ເຮືອນການນຳແຂວງ, ບັນດາໂຮງແຮມຕ່າງໆ, ສັບຊ້ອນກຳລັງ ສະກັດກັ້ນ ແລະ ຕ້ານອັກຄີໄພ, ກຳລັງປ້ອງກັນເຄື່ອນທີ່ ແລະ ກຳລັງວິຊາສະເພາະຕາມຈຸດສຳຄັນ, ຈຸດສ່ຽງຫຼ່ໍແຫຼມຕ່າງໆ.