ແຂວງໄຊຍະບູລີ ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ

0
523

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງໄຊຍະບູລີ ຄັ້ງທີ VI ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 17 ພະຈິກທີ່ຜ່ານມາ; ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາສີ ແພງສະຫວັນ ກໍາມະການພັກແຂວງ ປະທານແນວລາວສ້າງຊາດແຂວງ, ໃຫ້ກຽດເຂົ້າຮ່ວມ ມີ ສະຫາຍ ພົງສະຫວັນ ສີດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາຜູ້ແທນຊົງຄູນວຸດທິ, ພະນັກງານປະຕິວັດອາວຸ ໂສບໍານານ ພ້ອມດ້ວຍແຂກ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ດໍາເນີນພາຍ ໃຕ້ຫົວຂໍ້ “ ເພີ່ມທະວີຄວາມສາມັກຄີ ປອງດອງທົ່ວປວງຊົນບັນດາເຜົ່າ ເຊິ່ງຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ, ຮັບຮອງເອົາບົດລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການແນວລາວສ້າງຊາດແຂວງຊຸດເກົ່າ; ເຊິ່ງນໍາສະເໜີໂດຍ ສະຫາຍ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ ໂດຍໄດ້ຍົກໃຫ້ເຫັນວ່າ ຕະຫຼອດໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລຍະ 5 ປີຜ່ານມາ ອົງການແນວລາວສ້າງຊາດແຂວງໄຊຍະບູລີ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ; ໄດ້ສືບຕໍ່ເຮັດໜ້າທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນຢ່າງເປັນປືກແຜ່ນແໜ້ນໜາ, ສົມພົບກັບການຈັດຕັ້ງພາຄີ, ພາກສ່ວນຕ່າງໆໃນສັງຄົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ. ພ້ອມທັງປຸກລະດົມກໍາລັງແຮງໃນທົ່ວສັງຄົມເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບຂະບວນການອື່ນໆ ສາມາດຍາດໄດ້ຜົນງານໄຊຊະນະອັນພົ້ນເດັ່ນຫຼາຍດ້ານ; ພ້ອມທັງກໍານົດທິດທາງໜ້າທີ່ ແຕ່ນີ້ຮອດປີ 2024.

ພ້ອມນີ້, ກອງປະຊຸມຄັ້ງປະຖົມມະລຶກ ຍັງໄດ້ປະຊາມະຕິຮັບຮອງເອົາຄະນະປະຈໍາແນວລາວສ້າງຊາດ ແຂວງ 7 ທ່ານ, ປະຊາມະຕິຮັບຮອງເອົາສະຫາຍ ຄໍາສີ ແພງສະຫວັນ ເປັນປະທານແນວ ລາວສ້າງຊາດແຂວງ; ຮັບຮອງເອົາຮອງປະທານແນວລາວສ້າງຊາດແຂວງ 3 ທ່ານ ; ປະຊາມະຕິຮັບຮອງເອົາສະຫາຍ ນາງ ສົມຈັນ ບຸດດີ ເປັນປະທານກວດກາ ແລະ ຮັບຮອງເອົາຮອງປະທານກວດກາ 2 ສະຫາຍ ເພື່ອເປັນແກນນໍາສືບຕໍ່ນໍາພາຈັດຕັ້ງປະຕິບັດທິດທາງແຜນການ 5 ປີ ຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງໃຫ່ຍກວ່າເກົ່າ.