ການນໍາແຂວງວຽງຈັນ ວາງພວງມາລາ-ກະຕ່າດອກໄມ້ ເນື່ອງໃນວັນຊາດ ຄົບຮອບ 45 ປີ

0
799

ໃນວັນທີ 4 ທັນວາ 2020, ການນໍາແຂວງວຽງ ນໍາໂດຍ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນໍາພວງມາລາ ເຂົ້າວາງທີ່ອະນຸສາວະລີນັກຮົບນິລະນາມ ກອງບັນຊາການທະຫານ ແຂວງວຽງຈັນ ແລະ ນໍາກະຕ່າດອກໄມ້ ເຂົ້າວາງຢູ່ອະນຸສອນສະຖານ ປະ ທານໄກສອນ ພົມວິຫານ ເນື່ອງໃນໂອກາດສະຫຼອງວັນຊາດທີ 2 ທັນ ວາ ຄົບຮອບ 45 ປີ ( 2 ທັນວາ 1975-2 ທັນວາ 2020 ) ແລະ ວັນ ເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920-13 ທັນວາ 2020) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນ, ລະນຶກເຖີງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງບັນພະບູລຸດລາວ ທີ່ໄດ້ອຸທິດເລືອດເນື້ອ, ເຫືອແຮງ ແລະ ຊີວິດ ເພື່ອພາລະກິດການປະຕິວັດ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ.

ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ ກ່າວວ່າ: ນອກນັ້ນ, ໃນກາລະໂອກາດທີ່ມີຄວາມໝາຍ ຄວາມສຳຄັນທາງດ້ານປະຫວັດສາດ, ຄະນະພັກ ແລະ ອົງການປົກຄອງ ແຂວງວຽງຈັນ ຈຶ່ງໄດ້ຈັດໃຫ້ມີຂະບວນການສະຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຊົມ ເຊີຍຜົນສຳດລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງ ຈັນ ຄັ້ງທີ VI ທີ່ຜ່ານມາ, ກໍໄດ້ຈັດວາງສະແດງຮູບພາບການເຄື່ອນໄຫວຂອງຄະນະພັກ,​ອົງການປົກຄອງ, ບັນດາຂະແໜງການ ແລະ ທ້ອງຖີ່ນຕ່າງໆ ໃນທົ່ວແຂວງວຽງຈັນ 53 ໜ້າການດານ ປະກອບມີ 1.272 ແຜ່ນ ທີ່ໄດ້ຖ່າຍທໍາ ແລະ ບັນທຶກໄວ້ ໄດ້ບັນຈົງແຕ້ມແຕ່ງສິລະປະການຖ່າຍທຳໃຫ້ມີຄວາມສວຍສົດງົດງາມ,ມີເນື້ອໃນທີ່ອຸດົມສົມບູນສ່ອງແສງໃຫ້ເຫັນການເຄື່ອນໄຫວຊີ້ນໍາ-ນໍາພາຂອງອົງຄະນະພັກ ແຂວງ ວຽງຈັນໃນໄລຍະຜ່ານມາ,ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ,ຍັງໄດ້ເປີດງານສະແດງສິນລະປະ-ວັນນະຄະ ດີ ຂອງໜ່ວຍສິລະປະດີເດັ່ນຂອງພາກສ່ວນຕ່າງໆ, ການສະແດງຂອງນັກຮ້ອງ, ນັກກາຍຍະສິນຈາກສູນກາງ.

ພ້ອມດຽວກັນນີ້,ທ່ານ ຄໍາພັນ ສິດທິດໍາພາ ພ້ອມຄະນະໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານສະແດງສິນລະປະວັນ ນະຄະດີ ແລະ ຮູບພາບ ເພື່ອເປັນການສະຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຊົມເຊີຍຜົນສຳລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VI ຢ່າງເປັນທາງການ.