ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສຳເລັດບັ້ນດຳເນີນຊີວິດການເມືອງ

0
813

ວັນທີ 7 ທັນວາ 2020, ຄະນະບໍລິຫານພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ສະຫຼຸບຜົນສຳເລັດບັ້ນດຳເນີນຊິວິດການເມືອງ ກໍ່ ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020, ເປັນປະທານໂດຍ ສະຫາຍ ພັອ ກົງຈັນ ໄຊປັນຍາ ກຳມະ ການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ,ພ້ອມດ້ວຍເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ພະນັກງານສຳມະຊິກພັກອ້ອມຂ້າງເຂົ້າຮ່ວມ.

ສະຫາຍ ພັທ ຄຳແພງ ນຳພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບຜົນສຳ ເລັດບັ້ນດຳເນີນຊີວິດການເມືອງກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ທົ່ວຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ມີ 34 ໜ່ວຍພັກ, ມີ 7 ຄະນະພັກຮາກຖານ ແລະມີ 3 ໜ່ວຍພັກຮາກຖານ,ມີສະມາຊີກພັກ ທັງໝົດ 669 ສະຫາຍ, ຍິງ 135 ສະຫາຍ. ພາຍຫຼັງ ໄດ້ຮັບເອກະສານຄຳສັ່ງ, ຄຳແນະນຳຂອງຄະນະພັກຂັ້ນເທີງແລ້ວ ຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ກໍໄດ້ຮີບດ່ວນຄົ້ນຄວ້າປືກສາຫາລືໃນຄະນະພັກ ພ້ອມອອກມະຕິຕົກລົງ ສະບັບເລກທີ 159/ຄພ.ປກສຂ,ລົງວັນທີ 27 ຕຸ ລາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະຕື່ນຕົວເປັນເຈົ້າການເສີມຂະຫຍາຍສິດເປັນເຈົ້າ,ມີນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ເຊິ່ງໄດ້ເຮັດໃຫ້ຄະນະພັກທຸກຂັ້ນ,ສະມາຊິກພັກ, ພະນັກງານນັກຮົບທຸກສະຫາຍໄດ້ເຊື່ອມຊຶມ, ກຳແໜ້ນບັນດາເນື້ອໃນເອກະສານການເມືອງ ກໍຄືແນວທາງນະໂຍບາຍຂອງພັກທີ່ໄດ້ກຳນົດອອກ;ພ້ອມກັນນັ້ນ,ກໍໄດ້ມີການສຳຫຼວດກວດກາຈັດແບ່ງປະເພດບັນດາສະມາຊິກພັກ,ຮາກຖານພັກ,ເຊິ່ງມີຫຼາຍໜ່ວຍພັກໄດ້ມີທ່າກ້າວຂື້ນຢ່າງບໍ່ຢຸດຢັ້ງເມື່ອທຽບໃສ່ມາດຖານເງື່ອນໄຂ 4 ດ້ານ,5 ເນື້ອໃນ,ໃນການກວດກາໜ່ວຍພັກປອດໃສ ເຂັ້ມແຂງໜັກ ແໜ້ນ ລວມທັງການກວດກາຄະນະພັກ,ສະມາຊິກພັກ,ພະນັກງານນັກຮົບໄດ້ຢ່າງຊັດເຈນ,ພາວະວິໄສ,ຜ່ານການສຳຫຼວດກວດກາຈັດແບ່ງປະເພດ ມີສຳມະຊິກພັກແຂງ 641 ສະຫາຍ ຍິງ 133 ສະຫາຍ, ປະເພດກາງ 10 ສະຫາຍ ຍິງ 2 ສະຫາຍ, ບໍ່ໄດ້ຈັດປະເພດ 12 ສະຫາຍ (ສາເຫດຍົກຍ້າຍມາໃໝ່).        

ໃນໂອກາດນີ້, ທ່ານຫົວໜ້າ ກອງບັນຊາການ ປກສ ແຂວງ ຍັງໄດ້ຍົກໃຫ້ເຫັນສະພາບພາກພື້ນທີ່ມີການຜັນແປໄປຢ່າງສັບສົນ, ກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ,ໃສ່ຮ້າຍປ້າຍສີ, ບິດເບືອນແນວທາງນະໂຍບາຍຂອງພັກລັດເຮົາ, ການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ເໜັ້ນໃຫ້ຄະນະພັກ, ຄະນະບັນຊາທຸກຂັ້ນ ຈົ່ງເອົາໃຈໃສ່ເຮັດວຽກງານສຶກສາອົບ ຮົມນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ,ຍົກສູງສະຕິເປັນເຈົ້າຂອງປະເທດຊາດ,ເປັນເຈົ້າຕົນເອງ,ສະກັດກັ້ນ ແລະແກ້ໄຂທຸກເລ່ລ່ຽມກົນ ອຸບາຍຫັນປ່ຽນຂອງສັດຕູ,ເພີ່ມທະວີປັງປຸງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ນັບມື້ນັບເຂັ້ມແຂງ ແລະກ້າວຂື້ນຢ່າງບໍ່ຢຸດຢັ້ງ, ເອົາ ໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງໃຫ້ໝົດໄປເທື່ອລະກ້າວ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແນໃສ່ເຮັດໃຫ້ ແຂວງບໍລິຄຳໄຊ ມີຄວາມສະຫງົບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເລື້ອຍໆ.