ປກສ ແຂວງສະຫວັນນະເຂດ ກວດກາຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ

0
632

ວັນທີ 3 ທັນວາ ຜ່ານມາ,ຄະນະກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງກວດກາຊຸກຍູ້ວຽກງານ ກໍ່ສ້າງຮາກຖານການເມືອງ ຢູ່ເມືອງໄຊບູລີ,ໂດຍມີ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ເມືອງ, ພ້ອມດ້ວຍຄະນະພະແນກ, ປກສ ກຸ່ມບ້ານ ແລະ ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານກໍ່່ສ້າງຮາກຖານການເມືອງ ໃນ1ເດືອນຜ່ານມາ ໃຫ້ເຫັນຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ, ດ້ານດີ-ດ້ານອ່ອນ ແລະ ຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງໃນ 5 ວຽກຕົ້ນຕໍ ຄື: ວຽກງານໂຄສະນາແນວທາງການເມືອງ,ວຽກງານກວດກາເກັບກໍາສໍາມະໂນຄົວ,ວຽກງານປັບປຸງການຈັດຕັ້ງປກສ ບ້ານ, ວຽກງານແກ້ໄຂປະ ກົດການຫຍໍ້ທໍ້ ແລະວຽກງານສາສະໜາ ແມ່ນມີຄວາມເອົາໃຈໃສ່ ແລະ ເຮັດສຳເລັດຫຼາຍດ້ານ.ນອກນີ້, ກໍໄດ້ເອົາໃຈໃສ່ວຽກງານການເມືອງ ແນວຄິດ ຕິດພັນກັບການສຶກສາອົບຮົມຕາມແນວທາງການເມືອງຂອງພັກລັດ ເພື່ອປະຕິບັດຕາມແຜນການຍຸດທະສາດຂອງວຽກງານປ້ອງ ກັນຊາດ ປ້ອງກັນຄວາມສະຫງົບ,ສ້າງສະຕິເຄົາລົບລະບຽບກົດໝາຍຂອງລັດ ເຮັດໃຫ້ພະນັກງານນັກຮົບມີຄວາມໜັກແໜ້ນທາງດ້ານການເມືອງ,ຍົກສູງສະຕິຕໍ່ການຈັດຕັ້ງ,ມີລະບຽບວິໄນເຂັ້ມງວດ.

ໃນໂອກາດນີ້, ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະນະກອງບັນຊາການປກສ ເມືອງ ແລະ ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງຄັ້ງນີ້ ຈົ່ງສືບຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ,ໃຫ້ພະນັກງານກໍ່ສ້າງຮາກຖານຕິດພັນກັບການເຄື່ອນໄຫວວຽກງານອອກກວດກາລາດຕະເວນ,ເກັບກໍາຄຸ້ມຄອງການເໜັງຕີງຂອງປະຊາຊົນ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ບ້ານ, ກຸ່ມບ້ານ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.