ເສັ້ນທາງລົດໄຟ ລາວ-ຈີນ ຈະວາງລາງສໍາເລັດກາງເດືອນພຶດສະພາ 2021

0
1596

ມາຮອດເດືອນທັນວາ 2020, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າຫຼາຍຂຶ້ນ ສາມາດວາງລາງໄດ້ 242 ກິໂລແມັດ ແລະ ຄາດວ່າຈະວາງລາງໃຫ້ສຳເລັດ ໃນກາງເດືອນພຶດສະພາ 2021.

ທ່ານ ຈູ່ ກົ໋ວຈຽງ ປະທານສະພາບໍລິຫານ ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມຄະນະ ໄດ້ເຂົ້າລາຍງານຄວາມຄືບໜ້າຂອງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຕໍ່ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນວັນທີ 6 ມັງກອນ 2021 ວ່າ:

ມາຮອດວັນທີ 31 ທັນວາ 2020, ໂຄງການກໍ່ສ້າງສະເພາະແລວທາງ ສໍາເລັດ 422,2 ກິໂລແມັດ, ໂຄງການກໍ່ສ້າງຂົວ-ອຸໂມງ ສໍາເລັດແລ້ວ 95%, ໂຄງການປູລາງລົດໄຟ ໄລຍະ ບໍ່ເຕນ ຫາ ນະຄອນຫຼວງວຽງຈັນ ສໍາເລັດການປູລາງລົດໄຟແລ້ວ 242 ກິໂລແມັດ; ປັດຈຸບັນ ແມ່ນຮອດແຂວງຫຼວງພະບາງແລ້ວ, ເຊິ່ງຕາມແຜນແມ່ນຄາດວ່າ ຈະປູລາງລົດໄຟສໍາເລັດ ໃນໄລຍະກາງເດືອນພຶດສະພາ 2021.

ສ່ວນວຽກງານສະຖານີລົດໄຟ ໄລຍະ ບໍ່ເຕນ ຫາ ນະຄອນຫຼວງວຽງຈັນ ໂດຍມີ ສະຖານີບໍ່ເຕນ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີອື່ນໆ ລວມ 10 ສະຖານີ ແມ່ນສໍາເລັດດ້ານວິສະວະກຳໂຍທາໂຄງສ້າງແລ້ວ (ສະເພາະ ສະຖານີລົດໄຟນະຄອນຫຼວງວຽງຈັນ ເຊິ່ງເປັນສະຖານີໂດຍສານທີ່ໃຫຍ່ທີ່ສຸດຂອງໂຄງການລົດໄຟ ລາວ-ຈີນ ໄດ້ສໍາເລັດການມຸງຫຼັງຄາ ໃນວັນທີ 19 ພະຈິກ 2020) ຕາມແຜນແມ່ນຈະດໍາເນີນໃຫ້ສໍາເລັດ ໃນເດືອນສິງຫາ 2021; ມາຮອດວັນທີ 29 ກັນຍາ 2020, ອຸໂມງຈໍານວນ 75 ແຫ່ງ ແມ່ນໄດ້ຊີເຈາະສໍາເລັດທັງໝົດ ແລະ ໂຄງການກໍ່ສ້າງຊ່ວງວຽງຈັນໃຕ້ ແມ່ນໄດ້ເປີດການກໍ່ສ້າງ ໃນວັນທີ 25 ກໍລະກົດ 2020.

ໂອກາດດັ່ງກ່າວ, ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານສະພາບໍລິຫານ ບໍລິສັດທາງລົດໄຟ ລາວ-ຈີນ ທີ່ໄດ້ມາລາຍງານຄວາມຄືບໜ້າ ການກໍ່ສ້າງທາງລົດໄຟ ແລະ ສະພາບການຈັດຕັ້ງປະຕິບັດວຽກງານ; ພ້ອມທັງໄດ້ຊີ້ນໍາວຽກງານຫຼາຍດ້ານ ໃນການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ເພື່ອເຮັດໃຫ້ການກໍ່ສ້າງດຳເນີນໄປດ້ວຍຄວາມສະດວກ, ວ່ອງໄວ, ສໍາເລັດຕາມກຳນົດເວລາ, ຮັບປະກັນຄຸນນະພາບ ແລະ ເຮັດໃຫ້ກາຍເປັນໂຄງການປອດໃສຂາວສະອາດຢ່າງແທ້ຈິງ, ເຊິ່ງນັ້ນແມ່ນເປົ້າໝາຍຂອງ 2 ລັດຖະບານ ລາວ-ຈີນ.