ພາຍຫຼັງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ເປີດໃຊ້ຢ່າງເປັນທາງການ ໃນວັນທີ 20 ທັນວາ 2020, ມາເຖິງປັດຈຸບັນ ມີອຸບັດຕິເຫດເກີດຂຶ້ນແລ້ວທັງໝົດ 11 ຄັ້ງ (ບໍ່ລວມອຸບັດຕິເຫດທີ່ເຈົ້າໜ້າທີ່ບໍ່ໄດ້ຮັບແຈ້ງ); ໃນນີ້, ເກີດຢູ່ເຂດວັງວຽງ ແຂວງວຽງຈັນ 3 ຄັ້ງ ແລະ ເກີດຢູ່ເຂດສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ 8 ຄັ້ງ, ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນນັ້ນ ມີຜູ້ຂັບຂີ່ບາດເຈັບເລັກໜ້ອຍ ແລະ ສົມຄວນ 10 ກວ່າຄົນ ແຕ່ຍັງບໍ່ມີຜູ້ເສຍຊີວິດ.

ພັອ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ກ່າວວ່າ:

ພາຍຫຼັງເປີດນຳໃຊ້ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມາເຖິງປັດຈຸບັນ, ອຸບັດຕິເຫດທີ່ເກີດຂຶ້ນຢູ່ເສັ້ນທາງດ່ວນນັ້ນ ມີ 11 ຄັ້ງ ແຕ່ບໍ່ມີຜູ້ເສຍຊີວິດ; ເຊິ່ງສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດແມ່ນ ເກີດຈາກການໃຊ້ຄວາມໄວເກີນຂອບເຂດ, ຂັບຂີ່ລົດດ້ວຍຄວາມປະໝາດ, ຂາດສະຕິ ແລະ ບໍ່ຮັກສາໄລຍະຮ່າງໃນເວລາເຂົ້າຊ່ອງຈ່າຍເງິນ; ນອກນີ້, ຍັງເກີດຈາກສັດ (ງົວ, ຄວາຍ, ແບ້) ທີ່ເຂົ້າໄປໃນເສັ້ນທາງດ່ວນ.

ສຳລັບສັດທີ່ເຂົ້າມາເສັ້ນທາງດ່ວນໄດ້ນັ້ນ ແມ່ນຍ້ອນເກີດຈາກປະຊາຊົນລັກຕັດຮົ້ວ ເພື່ອນຳໃຊ້ເສັ້ນທາງດັ່ງກ່າວຂ້າມໄປສວນ-ໄປນາ, ຮົ້ວບາງຈຸດກໍ່ສ້າງບໍ່ໄດ້ມາດຖານ ຍ້ອນໄລຍະກໍ່ສ້າງຮົ້ວຢູ່ໃນຊ່ວງລະດູຝົນ ເຮັດໃຫ້ການກໍ່ສ້າງຮົ້ວລອຍໄປຕາມນ້ຳ ເມື່ອນ້ຳບົກແຫ້ງຈຶ່ງເຮັດໃຫ້ສັດລອດເຂົ້າມາຍ່າງຢູ່ຕາມທາງດ່ວນໄດ້.

ໃນປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ປະຈໍາຢູ່ເສັ້ນທາງດ່ວນ ໄດ້ສົມທົບກັບ ພະນັກງານເສັ້ນທາງດ່ວນ ອອກເຄື່ອນໄຫວໃນການກວດກາສາລະເວຢູ່ຕາມທາງດ່ວນ ແລະ ເມື່ອພົບເຫັນຈຸດໃດທີ່ມີຄວາມສ່ຽງພາໃຫ້ເກີດອຸບັດຕິເຫດ ຈະມອບໃຫ້ເຈົ້າຂອງທາງດ່ວນເລັ່ງປັບປຸງ ແລະ ແກ້ໄຂໃຫ້ວ່ອງໄວທັນການ ເພື່ອແນໃສ່ແກ້ໄຂບໍ່ໃຫ້ເກີດອຸບັດຕິເຫດຢູ່ເສັ້ນທາງດ່ວນ.