ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ (ຄບຕ) ພ້ອມຄະນະທິມງານ ລົງຕິດຕັ້ງເພີ່ມໄຟອຳນາດ 4 ແຍກໂພນທັນ ສຳເລັດແລ້ວ, ເຊິ່ງປັດຈຸບັນສາມາດເປີດນຳໃຊ້ໄດ້ເປັນປົກກະຕິ; ທັ້ງນີ້, ເພື່ອເຮັດໃຫ້ການສັນຈອນໄປ-ມາຂອງພາຫະນະ ມີຄວາມສະດວກ-ສະບາຍຫຼາຍຂຶ້ນ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ກ່າວວ່າ:

ການປັບປຸງເພີ່ມໄຟອຳນາດຢູ່ 4 ແຍກໂພນທັນ ສຳເລັດ ສາມາດສັນຈອນໄດ້ 4 ທິດທາງ ເພື່ອເຮັດໃຫ້ການສັນຈອນໄປ-ມາຂອງພາຫະນະມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ບໍ່ສ່ຽງຕໍ່ການເກີດອຸບັດຕິເຫດຄືທີ່ຜ່ານມາ, ເພາະປັດຈຸບັນລະບົບໄຟອໍານາດ ຢູ່ນະຄອນຫຼວງວຽງຈັນ ມີຫຼາຍຈຸດຈະຕ້ອງໄດ້ຮັບການປັບປຸງແກ້ໄຂ, ໃນນີ້ຈຸດ 4 ແຍກໂພນທັນ ເມືອງໄຊເຊດຖາ ກໍເປັນອີກຈຸດໜຶ່ງທີ່ມີຄວາມສັບສົນວຸ້ນວາຍ ເນື່ອງຈາກວ່າຈຸດດັ່ງກ່າວໃນເມື່ອກ່ອນແມ່ນເປັນ 3 ແຍກ ທີ່ມີລະບົບ 3 ທິດທາງ, ຕໍ່ມາໄດ້ມີການປັບປຸງ ແລະ ເຮັດເສັ້ນທາງເຂົ້າຫາເສດຖະກິດພິເສດ ຈົນເຖິງ ໂນນຫວາຍ ເຮັດໃຫ້ການສັນຈອນທີ່ມາຈາກທິດທາງດັ່ງກ່າວ ເກີດຄວາມສັບສົນກັບການສັນຈອນໃນຊ່ອງທາງອື່ນ ແລະ ມີຄວາມສ່ຽງຕໍ່ການເກີດອຸບັດຕິດເຫດ.

ຕໍ່ກັບບັນຫາດັ່ງກ່າວ, ຄບຕ ຈຶ່ງໄດ້ຮີບຮ້ອນແກ້ໄຂ ແລະ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການແກ້ໄຂຫຼ້າຊ້າ ຍ້ອນອຸປະກອນທີ່ຈະມາຕິດຕັ້ງຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ. ສຳລັບການປັບປຸງໄຟອຳນາດຈຸດດັ່ງກ່າວໃນຄັ້ງນີ້ ແມ່ນໄດ້ຕິດຕັ້ງເສົາ, ດອກໄຟ ແລະ ຕູ້ຄວບຄຸມລະບົບໄຟອຳນາດ ນຳໃຊ້ໄດ້ໃນ 4 ທິດທາງ.

4 ແຍກໂພນທັນ

ໃນໄລຍະຜ່ານມາ, ຄບຕ ໄດ້ປັບປຸງໄຟອຳນາດສຳເລັດແລ້ວ 3 ຈຸດ ຄື: ຈຸດສະພານທອງ, ດົງນາໂຊກ ແລະ ໜອງບອນ. ນອກນັ້ນ, ການກໍານົດເວລາໃນແຕ່ລະຈຸດກໍຈະມີຄວາມແຕກຕ່າງກັນ ຖ້າເປັນທາງຫຼັກກໍຈະກຳນົດ 45-50 ວິນາທີ, ທາງສຳຮອງ ແມ່ນກຳນົດ 20-25 ວິນາທີ ແລະ ທາງວັນເວ 55-57 ວິນາທີ, ແຕ່ຖ້າມີການປັບປຸງເລື່ອງເວລາ ທາງຕຳຫຼວດຈະລາຈອນ ກໍຈະປະສານກັບ ຄບຕ ເພື່ອປັບປຸງຕາມຄວາມເໝາະສົມ.