ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ຮ່ວມກັບກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງ ຣາຊະອານາຈັກໄທ ໄດ້ຈັດງານວາງສະແດງສິນຄ້າ ທັອບໄທແບຣນດ໌ 2018 (Top Thai Brands) ຂຶ້ນໃນລະຫວ່າງວັນທີ 7-11 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍ ທ່ານ ສົມຈິດ ອິດທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ຢານີ ສີມີໄຊ ເອກອັກຄະລັດຖະທູດທີ່ປຶກສາ ສໍານັກງານສົ່ງເສີມການຄ້າລະຫວ່າງປະເທດ, ມີຫົວໜ້າກົມສົ່ງເສີມການຄ້າ, ປະທານອຸດສາຫະກໍາແຫ່ງຊາດ ແລະ ຜູ້ປະກອບການເຂົ້າຮ່ວມ.

ທ່ານ ນາງ ຢານີ ສີມີໄຊ ກ່າວວ່າ:” ການຈັດງານມະຫະກໍາຈັດວາງສະແດງສິນຄ້າ Top Thai Brands 2018 ກໍເພື່ອເປັນການສ້າງເຄືອຂ່າຍຂອງຜູ້ປະກອບການຮ້ານຄ້າໄທ ແລະ ຜູ້ປະກອບການຮ້ານຄ້າລາວ ພ້ອມກັບການຂະຫຍາຍມູນຄ່າການຄ້າທັງສອງປະເທດຫຼາຍຂຶ້ນ ຕາມນະໂຍບາຍຂອງຂັ້ນເທິງ ທັງເປັນການປະຊາສໍາພັນໃຫ້ສິນຄ້າໄທໃຫ້ເປັນທີ່ຮູ້ຈັກໃນຕະຫຼາດລາວ ພ້ອມກັບສົ່ງເສີມການສ້າງເຄືອຂ່າຍ ແລະ ການຮ່ວມມືລະຫວ່າງຜູ້ປະກອບການໄທ ແລະ ລາວ ໃນການເຮັດທຸລະກິດຮ່ວມກັນໃນຕໍ່ໜ້າ; ເຊິ່ງພາຍໃນງານ ກໍໄດ້ຄັດເລືອກສິນຄ້າ, ອາຫານ ແລະ ຜະລິດຕະພັນມີຄຸນນະພາບມາສະແດງ ແລະ ຈໍາໜ່າຍໃນລາຄາທີ່ເໝາະສົມ ເຊິ່ງມີຜູ້ປະກອບການຈາກໄທ ແລະ ລາວ ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຫຼາຍກວ່າ 200 ຮ້ານຄ້າ “.

ນອກນີ້, ຍັງມີກິດຈະກຳການສະແດງສິລະປະ-ວັດທະນະທໍາ, ການສະແດງດົນຕີສ້າງຄວາມບັນເທີງໃຫ້ຜູ້ເຂົ້າຮ່ວມງານ ເຊິ່ງໄດ້ຄັດເລືອກເອົານັກຮ້ອງຈໍານວນຫຼາຍທ່ານ ຈາກລາຍການປະກວດຮ້ອງເພງຊື່ດັງປະເທດໄທ, ການສໍາມະນາເລື່ອງຂອງທຸລະກິດທີ່ສ້າງແຮງບັນດານໃຈລະຫວ່າງຜູ້ປະກອບການໄທ ແລະ ລາວ ເພື່ອຊ່ວຍກັນເຮັດໃຫ້ການພັດທະນາ ນໍາໄປສູ່ຄວາມຈະເລີນເຕີບໃຫຍ່ທາງດ້ານເສດຖະກິດການຄ້າຂອງພາກພື້ນ ແລະ ສາກົນ.