ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ທີ່ຜ່ານມາ ວ່າ: ໃນກອງປະ ຊຸມລັດຖະມົນຕີກະຊວງການຕ່າງປະ ເທດຂອງປະເທດອາຊຽນ ໃນຕົ້ນເດືອນກຸມພາ ທີ່ຜ່ານມາທີ່ປະເທດສິງກະໂປ ໄດ້ມີການປຶກສາຫາລືການພັດທະນາ ເມືອງອັດສະລິຍະ ຫຼື ສະມາດຊິຕີ.

ບັນດາປະເທດອາຊຽນ ມີຄວາມກ້າວໜ້າໃນການພັດທະນາສະມາດຊິຕີ ຕະຫຼອດໄລຍະທີ່ຜ່ານມາ ໂດຍເວັບໄຊ ຂ່າວອາຊຽນໂພດ ລາຍງານວ່າ: ສິງກະ ໂປ ແລະ ມາເລເຊຍ ຖືເປັນປະເທດນຳໜ້າໃນການສ້າງສັນສະມາດຊິຕີ ປະຈຳ ພາກພື້ນ.

ສິງກະໂປ ເຊິ່ງມີແຜນຍຸດທະສາດ ຊື່ສະມາດເນເຊິນ ໂດຍຈະນຳເຕັກໂນໂລຊີຫຼາຍດ້ານມາຍົກລະດັບຂີດຄວາມ ສາມາດໃນການແຂ່ງຂັນທາງເສດຖະກິດ ແລະ ກ້າວເຂົ້າສູ່ການເປັນເມືອງທີ່ເຮັດໃຫ້ຜູ້ຄົນຢາກຢູ່ລະດັບໂລກ; ໂດຍ ພາຍໃຕ້ແຜນສະມາດເນເຊິນ, ເຊິ່ງສິງກະໂປ ວາງແຜນສ້າງລະບົບອຳນວຍຄວາມສະດວກດ້ວຍເຕັກໂນໂລຊີຂັ້ນ ສູງຫຼາຍຢ່າງ ເຊັ່ນ: ອີ-ເມນ ທີ່ເປັນລະບົບເພີ່ມຄວາມສະດວຍສະບາຍໃນການເດີນທາງພາຍໃນຕົວເມືອງ ແລະ ຕັ້ງສູນໄຊເບີຈັດເກັບຂໍ້ມູນພິສູດຕົວຕົນຂອງປະຊາຊົນ ເພື່ອເພີ່ມຄວາມວ່ອງໄວ ແລະ ຄວາມປອດໄພໃນການເຮັດ ທຸລະກຳທະນາຄານ.

ນອກຈາກນີ້,  ລັດຖະບານສິງກະ ໂປ ຍັງເນັ້ນການນຳເອົາອິນເຕີເນັດ ອອບ ທີງສ໌ (IOT) ມາປະຍຸກໃຊ້ໃຫ້ເຂົ້າກັບ ຊີວິດປະຈຳວັນຂອງປະຊາຊົນ ພ້ອມທັງນຳເອົາການໃຫ້ບໍລິການດ້ານຕ່າງໆຂອງພາກລັດເຂົ້າໄປໃນລະບົບດິຈິຕອນ ໂດຍເປີດໃຫ້ປະຊາຊົນສາມາດໃຊ້ໄດ້ຜ່ານທາງ ອີ-ແພຼດຟອມ. ປັບປຸງລະບົບບໍລິການເພື່ອຕອບສະໜອງຄວາມ ຕ້ອງການ ຂອງປະຊາຊົນໃຫ້ໄດ້ດີຂຶ້ນ.

ສຳລັບປະເທດມາເລເຊຍ ກໍຮ່ວມມືກັບບໍລິສັດ ອາລີບາບາ ເປີດຕົວໂຄງການລິເລີ່ມ ມາເລເຊຍ ຊິຕີ ເບຣນໃນເດືອນ ມັງກອນ ທີ່ຜ່ານມາ, ເພື່ອຊຸກຍູ້ໃຫ້ນະຄອນຫຼວງກົວລາລຳເປີ ກາຍເປັນສະມາດຊິຕີ ແລະ ນຳເອົາເຕັກໂນໂລຊີປັນ ຍາປະດິດ (AI) ມາແກ້ໄຂບັນຫາການຈະລາຈອນຕິດຂັດພາຍໃນຕົວເມືອງ ໂດຍໃຊ້ລະບົບການປະມວນຜົນ ແລະ ວິເຄາະຂໍ້ມູນຈຳນວນຫຼາຍຮ່ວມກັບເຕັກໂນໂລຊີການກວດຈັບຮູບພາບ ແລະ ວີດີໂອ ເພື່ອປະເມີນສະພາບການສັນ ຈອນ.

ສຳລັບການດຳເນີນການໃນໄລຍະທຳອິດຂອງໂຄງການນັ້ນ, ລະບົບຈະ ລວບລວມຂໍ້ມູນການຈະລາຈອນຜ່ານກ້ອ ກວດຈັບ 500 ເຄື່ອງ ເພື່ອປະມວນຜົນຂໍ້ມູນການຈະລາຈອນແບບຣຽວ ທາມ ໃນການຫຼຸດບັນຫາການຈະລາຈອນ ຂະນະທີ່ລັດຖະບານຈະຂະຫຍາຍຂອບເຂດການຈັດເກັບຂໍ້ມູນອີກໃນອະນາຄົດ.

ນອກຈາກ ສິງກະໂປ ແລະ ມາເລ ເຊຍແລ້ວ, ປະເທດອາຊຽນອື່ນໆ ກໍກຳລັງເລັ່ງສ້າງສະມາດຊິຕີ ເພື່ອພັດທະນາ ປະເທດທັນປະເທດອື່ນເຊັ່ນກັນ ໂດຍສະເພາະ ອິນໂດເນເຊຍ ຕັ້ງເປົ້າຈະຂຶ້ນເປັນຕະຫຼາດດິຈິຕອນຂະໜາດໃຫຍ່ ທີ່ສຸດໃນພາກພື້ນ ແລະ ກຳລັງພັດທະນານະຄອນຫຼວງຈາກາຕາ ໃຫ້ເຂົ້າໃກ້ກັບການເປັນສະມາດຊິຕີ; ໂດຍ ໍເບື້ອງ ຕົ້ນໄດ້ເປີດຕົວຈາກາຕາວັນກາດທີ່ສາມາດໃຊ້ຊຳລະຄ່າບໍລິການຕ່າງໆໄດ້ແທນເງິນສົດ ເຊັ່ນ: ຄ່າທຳນຽມການ ໃຊ້ບໍລິການຂົນສົ່ງສາທາລະນະ ລວມໄປເຖິງຕົວລະບົບໄຟເສັ້ນທາງອັດສະລິຍະນຳອີກ.

ໄທ ໄດ້ຮ່ວມມືກັບບໍລິສັດເຕັກໂນໂລຊີ ເຊັ່ນ: ເດວ ແລະ ອິນເທວ ພັດທະນາໂຄງການແສນສຸກ ສະມາດ ຊິຕີ ໃນ ເມືອງແສນສຸກ ແຂວງຊົນບຸຣີ ຫຼື ບາງແສນ ໂດຍມຸ່ງເນັ້ນນຳເຕັກໂນໂລຊີ ມາສ້າງເມືອງອັດສະລິຍະ ເພື່ອຍົກລະດັບ ຄຸນນະພາບຊີວິດຂອງຜູ້ອາຍຸສູງທ່າມກາງຄວາມຄາດຫວັງວ່າສະມາດ ຊິຕີ ດັ່ງກ່າວ ຈະປູທາງໄປສູ່ນະວັດຕະກຳດ້ານ ບໍລິການສຸຂະພາບໃໝ່ໆ ທີ່ຊ່ວຍບັນເທົາບັນຫາສັງຄົມຜູ້ອາຍຸສູງຂອງໄທ ໃນອະນາຄົດໄດ້.

ຂະນະດຽວກັນ, ຟິລິບປິນ ນັ້ນລັດຖະບານທ້ອງຖິ່ນຂອງເມືອງດາເວົາ ທາງພາກໃຕ້ຂອງປະເທດ ໄດ້ຮ່ວມມືກັບ IBM ບໍລິສັດເຕັກໂນໂລຊີຂະໜາດໃຫຍ່ ຂອງສະຫະລັດ ອາເມລິກາ ໃນການພັດທະນາລະບົບຄວາມປອດໄພສາທາລະນະ ດ້ວຍການນຳເຕັກໂນໂລຊີທີ່ຈະຊ່ວຍເພີ່ມປະສິດທິພາບ ແລະ ຄວາມວ່ອງໄວຕໍ່ການຮັບມືກັບສະຖານະການສຸກເສີນ ທີ່ອາດຈະເກີດຂຶ້ນໃນຕົວເມືອງດັ່ງກ່າວ.

ຂະນະທີ່ ຫວຽດນາມ ກໍກຳລັງຊຸກຍູ້ໃຫ້ເມືອງດານັງ ທາງພາກໃຕ້ຂອງປະເທດ ຂຶ້ນເປັນສະມາດ ຊິຕີ ແຫ່ງທຳອິດ ຂອງປະເທດພາຍໃນປີ 2025 ໂດຍ ກຳລັງເຈລະຈາກັບບໍລິສັດ IBM ເພື່ອເປີດໂຄງການລິເລີ່ມສະມາດເຕີຊິຕີ ໂດຍທັງສອງພາກສ່ວນ ຈະຮ່ວມມືກັນພັດທະນາໂຄງສ້າງພື້ນຖານດ້ານເຕັກໂນໂລຊີຕ່າງໆ ເຊັ່ນ: ລະບົບການກຳຈັດ ຂີ້ເຫຍື້ອ ແລະ ການຄວບຄຸມມົນລະພິດໃຫ້ມີປະສິດທິພາບຫຼາຍຂຶ້ນ.

ທັ້ງນີ້, ບໍລິສັດ ວິໄຈ ອີໂຄໂນມິກ ອິນເທວລິເຈນ ຢູນິດ ໄດ້ໃຫ້ນິຍາມພື້ນຖານຂອງສະມາດຊິຕີ ໄວ້ວ່າ: ເປັນການສະ ທ້ອນເຖິງການພັດທະນາສູ່ປະສິດທິພາບ” ດ້ວຍການໃຊ້ເຕັກໂນໂລຊີ ໂດຍໃນຍຸກທີ່ຕົວເມືອງເຕີບໃຫຍ່ຂຶ້ນຢ່າງໄວ ວາ ຈົນເຮັດໃຫ້ຄວາມຕ້ອງການດ້ານຕ່າງໆຂອງພົນລະເມືອງເພີ່ມຂຶ້ນ, ລັດຖະບານຈຶ່ງຕ້ອງຫາທາງໃຊ້ຊັບພະຍາ ກອນຢ່າງມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ຄວບຄູ່ໄປກັບການພັດທະນາຢ່າງຢັ້ງຢືນ ເຊິ່ງນຳໄປສູ່ການກຳເນີດ ສະມາດ ຊິຕີ ຂຶ້ນມານັ້ນເອງ.