ຂ່າວຕ່າງປະເທດລາຍງານໃນວັນທີ 12 ມີນາ ນີ້ວ່າ: ກອງທັບລັດເຊຍ ເປີດເຜີຍຜົນສຳເລັດໃນການທົດລອງຂີ ປະນາວຸດ ຄິນຊັນ, ເຊິ່ງເຄື່ອນທີ່ດ້ວຍຄວາມໄວສູງກວ່າສຽງ 10 ເທົ່າ ແລະ ບໍ່ມີລະບົບປ້ອງກັນໄພທາງອາກາດ ຊະນິດໃດສາມາດປ້ອງກັນໄດ້.

ກະຊວງປ້ອງກັນປະເທດຂອງລັດເຊຍ ອອກຖະແຫຼງການໃນວັນທີ 10 ມີນາ ວ່າ: ປະສົບຜົນສຳເລັດຢ່າງງົດງາມ ໃນການທົດລອງປະສິດພິພາບຂອງຂີປະນາວຸດຄວາມໄວສູງກວ່າສຽງ ຄິນ  ຊັນ  (Kinzhal), ເຊິ່ງເປັນພາສາລັດເຊຍ ແປວ່າ: ກຣິດ ໂດຍເຮືອບິນຂັບໄລ່ສະ ກັດກັ້ນຄວາມໄວສູງກວ່າສຽງແບບ (ມິກ-31) ເຮັດໜ້າທີ່ປ່ອຍຂີປະນາວຸດ ລູກດັ່ງກ່າວ ໂດຍການທົດລອງຈັດຂຶ້ນຢູ່ຖານທັບທະຫານພາກໃຕ້ຂອງປະເທດລັດເຊຍ.

ຂີປະນາວຸກ ຄິນຊັນ ເປັນອາວຸດໜຶ່ງທີ່ພັດທະນາຂຶ້ນຕາມໂຄງການຍົກລະດັບປະສິດທິພາບດ້ານກອງທັບຂອງລັດ ຖະບານລັດເຊຍ ໂດຍທ່ານ ວາລາດິເມຍ ປູຕິນ ກ່າວໃນຕົ້ນເດືອນມີນາ ນີ້ວ່າ: ຂີປະນາວຸດ ຄິນຊັນ ເຄື່ອນທີ່ໄວກວ່າ ສຽງ 10 ເທົ່າ ແລະ ບໍ່ມີລະບົບປ້ອງກັນໄພທາງອາກາດຊະນິດໃດສາມາດສະກັດກັ້ນຂີປະນາວຸດຊະນິດນີ້ໄດ້ ແລະ ກອງທັບລັດເຊຍ ໄດ້ນຳຂີປະນາວຸດ ຄິນຊັນ ເຂົ້າປະຈຳການທີ່ຖານທັບມົນທົນທະຫານພາກໃຕ້ ຕັ້ງແຕ່ວັນທີ 1 ທັນວາ 2017 ເປັນຕົ້ນມາ.