ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມີນາ ນີ້ວ່າ: ປະຊາຊົນຊາວຍີ່ປຸ່ນໃນ ນະຄອນຫຼວງໂຕກຽວ ໄດ້ຮ່ວມກັນໄຫວ້ ອາໄລ ຄົບຮອບ 7 ປີ ໄພພິບັດແຜ່ນດິນໄຫວຂະໜາດ 9 ຣິກເຕີ ແລະ ຄື້ນຍັກສຶນາມິ ພັດຖະຫຼົ່ມເມື່ອວັນທີ 11 ມີນາ 2011 ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນຫຼາຍກວ່າ 18.000 ຄົນ, ພ້ອມທັງເຮັດໃຫ້ຍີ່ປຸ່ນປະເຊີນກັບ ວິກິດສານກຳມັນຕະລັງສີຮົ່ວໄຫຼຈາກໂຮງງານໄຟຟ້າພະລັງງານນິວເຄຼຍຟຸກຸຊິມະ ສົ່ງຜົນກະທົບກັບສິ່ງແວດລ້ອມ ຢ່າງກວ້າງຂວາງເປັນເວລາດົນນານ  ແລະ ເຮັດໃຫ້ເຈົ້າໜ້າທີ່ປະຕິບັດການຄວບຄຸມ ແລະ ກຳຈັດການຮົ່ວໄຫຼຂອງ ສານກຳມັນຕະລັງສີມີຄວາມສ່ຽງຫຼາຍຈົນມາຮອດປັດຈຸບັນ.

ພິທີໄຫວ້ອາໄລໃນທ່າມກາງບັນ ຍາ ກາດທີ່ເສົ້າສະຫຼົດໃຈ, ປະຊາຊົນຊາວ ຍີ່ປຸ່ນ ຈຳນວນຫຼວງຫຼາຍ ໄດ້ພາກັນຢືນ ແລະ ກົ້ມຫົວໄຫວ້ອາໄລເຖິງດວງວິນ ຍານຂອງຜູ້ເຄາະຮ້າຍຈາກເຫດແຜ່ນ ດິນໄຫວໃນຄັ້ງນັ້ນ. ພ້ອມນັ້ນ, ໃນພິທີ ດັ່ງກ່າວທ່ານ  ຊິນໂຊະອາເບະ ນາຍົກລົດຖະມົນຕີຂອງຍີ່ປຸ່ນ ກ່າວວ່າ: ລັດຖະບານຍີ່ປຸ່ນ ຈະສືບຕໍ່ຟື້ນຟູພື້ນທີ່ປະ ສົບໄພທຳມະຊາດຄັ້ງໃຫຍ່ໃນ 7 ປີ ກ່ອນນັ້ນໃຫ້ກັບຄືນສູ່ສະພາບເດີມ. ເຖິງແມ່ນວ່າປະຊາຊົນຊາວຍີ່ປຸ່ນອີກ 70. 000 ກວ່າຄົນ ຍັງຂາດທີ່ຢູ່ອາໄສ ແລະ ຫຼາຍຄົນແມ່ນບໍ່ສາມາດກັບໄປຢູ່ຖິ່ນຖານບ້ານເກົ່າອີກ.