ເວລາປະມານທ່ຽງຄືນຂອງວັນທີ 21 ມັງກອງ 2021 ຢູ່ເສັ້ນທາງຫຼວງຂອບເຂດບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນ້ຳທາ ເກີດອຸບັດຕິເຫດລົດຈັກຕຳຄູກາງທາງ ກ່ອນຕໍາເອົາເສົາໄຟເຍືອງທາງ ສົ່ງຜົນເຮັດໃຫ້ຜູ້ຊ້ອນທ້າຍເສຍຊີວິດ.

ທ້າວ ສາລີ ອາຍຸ 20 ປີ  ປະ ຊາຊົນຢູ່ບ້ານຈະເລີນສຸກ ເມືອງ ແລະ ແຂວງຫຼວງນ້ຳທາ ຜູ້ຂັບຂີ່ ລົດຈັກ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ:

ກ່ອນເກີດເຫດ ເວລາປະມານ 11:00  ໂມງ ຂອງວັນທີ 21 ມັງ ກອນ 2021 ຕົນເອງພ້ອມໝູ່ ຈຳນວນໜຶ່ງໄປສະຫຼອງງານຂຶ້ນ ເຮືອນໃໝ່ພີ່ນ້ອງຢູ່ບ້ານດຽວກັນ ແລະ ໄດ້ຮູ້ຈັກກັບ ນາງ ຈັນສະ ໝອນ ຢູ່ບ້ານດອນໄຊ ເມືອງ ແລະ ແຂວງຫຼວງນ້ຳທາ ແລະ ໄດ້ ດື່ມເບຍນຳກັນເມົາພໍສົມຄວນ ແລ້ວພາກັນອອກມາກິນຢູ່ຮ້ານ ບັນເທີງຕໍ່ພາຍໃນເທດສະບານ ແຂວງຕື່ມອີກ.

ພໍຮອດເວລາປະ ມານ 00:00 ໂມງ ໄດ້ພາກັນຂີ່ ລົດກັບບ້ານ ພໍມາຮອດເຂດບ້ານ ວຽງເໜືອ ລົດເສຍຫຼັກຕໍາໃສ່ຄູກາງທາງແລ້ວໄປຕຳເອົາເສົາໄຟ ເຢືອງທາງເຮັດໃຫ້ ນາງ ຈັນສະ ໝອນ ຜູ້ຊ້ອນທ້າຍຕົກຈາກລົດ ຫົວກະທົບໃສ່ພື້ນທາງ ໄດ້ຮັບ ບາດເຈັບສາຫັດ ແລະ ເສຍຊີວິດ ຢູ່ໂຮງໝໍແຂວງໃນເວລາຕໍ່ມາ. 

ໃນເວລາປະມານ 19:00 ໂມງ ຂອງວັນທີ 20 ມັງກອນ 2021, ເກີດອຸບັດຕິເຫດລົດຈັກຊູໂມເອັກ ບໍ່ມີປ້າຍທະບຽນ ເສຍຫຼັກຕົກລົງຮ່ອງຂ້າງທາງ ເຂດກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ອຸມົງ 4 ບ້ານບໍ່ເຕ່ນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຊື່ ທ້າວ ສຸກ ອາຍຸ 28 ປີ ປະຊາຊົນບ້ານໂຮມໄຊ ແຂວງອຸດົມໄຊ ເສຍຊີວິດຄາທີ່.

ຕໍ່ກັບສະພາບອຸບັດຕິເຫດທັງ 2 ຄັ້ງນີ້, ເຈົ້າໜ້າທີ່ກອງຄະດີອຸບັດຕິເຫດ ພະແນກຕຳຫຼວດຈາລະຈອນ ປກສ ແຂວງ ໄດ້ສະຫຼຸບໂດຍຫຍໍ້ວ່າ:

ສາເຫດຂອງການເກີດອຸບັດຕິເຫດແມ່ນ ຍ້ອນຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບຈະລາຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວເກີນກໍານົດ ບໍ່ສາມາດຄວມຄຸມສະຕິຕົນເອງໄດ້, ອີກຢ່າງກໍບໍ່ໃສ່ໝວກກັນກະທົບ ທັງຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 28 ມັງກອນ 2021 ເວລາປະມານ 17:00 ໂມງ ຢູ່ເສັ້ນທາງເລກ 6 ກິໂລແມັດທີ 139 ເຂດບ້ານນາສານ ເມືອງວຽງໄຊ ແຂວງຫົວພັນ ເກີດອຸບັດຕິເຫດລົດໃຫຍ່ໂຕໂຍຕາແລນກຸຍເຊີ ສີຂາວ ຕຳ ລົດຈັກເວບ 100 ສີຟ້າ ເຊິ່ງລົດຈັກມາແຕ່ທາງນາແມວ ສ່ວນລົດໃຫຍ່ແມ່ນມາແຕ່ທາງວຽງໄຊ, ພໍຮອດຈຸດເກີດເຫດ ລົດທັງສອງໄດ້ຕໍາກັນແບບເຊິ່ງໜ້າ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍ ເສຍຊີວິດຄາທີ່.